ໄຂກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) – ກອງ​ປະຊຸມ​ຄັ້ງ​ທີ 33 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 22/12, ຢູ່​ຮ່າ​ໂນ້ຍ ຢ່າງ​ເປັນ​ທາງ​ການ. ​ໃນ​ວາລະ​ເຮັດ​ວຽກ​ເປັນ​ເວລາ 2 ວັນ, ບັນດາ​ຜູ້​ແທນ​ຈະ​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ລັດ​ຖະບັນຍັດ​ປັບ​​ໄໝ​ບໍລິຫານ​ບັນດາ​ການ​ກະທຳ​ກີດຂວາງ​ການ​ຟ້ອງ​ຮ້ອງ​ຂອງ​ສານ​ປະຊາຊົນ; ປຶກສາ​ຫາລື ​ແລະ ​ເປັນ​ເອກະ​ພາບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍກວດ​ສອບ​ບັນຊີ​ແຫ່ງ​ລັດ (ສະບັບ​ປັບປຸງ), ຮ່າງ​ກົດໝາຍ​ວ່າ​ດ້ວຍປະກາດ​ໃຊ້​ເອກະສານ​ນິຕິ​ກຳ, ຮ່າງ​ກົດໝາຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (ສະບັບ​ປັບປຸງ) ​ແລະ ຮ່າງ​ປະມວນກົດໝາຍ​ແພງ (ສະບັບ​ປັບປຸງ). ກໍ່​ທີ່​ວາລະ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ຈະ​ຮັບຮອງ​ເອົາ​ໂຄງການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ກັບ​ສາກົນ​ປີ 2015 ຂອງ​ບັນດາ​ອົງການ​ສະພາ​ແຫ່ງ​ຊາດ, ຕີ​ລາຄາ​ໝາກຜົນ​ກອງ​ປະຊຸມ​ເທື່ອ​ທີ 8, ​ໃຫ້​ຄຳ​ເຫັນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການກະກຽມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13.

ຂ່າວ/ບົດ​ອື່ນ