ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 35 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ກອງປະຊຸມຄັ້ງທີ 35 ຂອງຄະນະປະຈຳສະພາແຫ່ງຊາດຈະໄຂຂຶ້ນໃນຕອນເຊົ້າວັນທີ 9 ກໍລະກົດ ແລະ ດຳເນີນໃນເວລາ 1,5 ວັນ ແລະ ຈະ ອັດລົງໃນຕອນບ່າຍວັນທີ 11 ກໍລະກົດ, ຢູ່ຫ້ອງປະຊຸມ ເຕິນຈ່າວ ທີ່ຫໍສະພາແຫ່ງຊາດ.
ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 35 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນໄຂກອງປະຊຸມຄັ້ງທີ 35 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)

ວັນທີ 9 ກໍລະກົດ, ຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ວ່າ ກອງປະຊຸມຄັ້ງທີ 35 ຂອງຄະນະປະຈຳສະພາແຫ່ງຊາດຈະໄຂຂຶ້ນໃນຕອນເຊົ້າວັນທີ 9 ກໍລະກົດ ແລະ ດຳເນີນໃນເວລາ 1,5 ວັນ ແລະ ຈະ ອັດລົງໃນຕອນບ່າຍວັນທີ 11 ກໍລະກົດ, ຢູ່ຫ້ອງປະຊຸມ ເຕິນຈ່າວ ທີ່ຫໍສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນຈະກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດ ບໍລິຫານເນື້ອໃນກອງປະຊຸມ. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາບົດລາຍງານວຽກງານ ກ່ຽວກັບຄວາມມຸ່ງຫວັງຂອງປະຊາຊົນ ສຳລັບສະພາແຫ່ງຊາດເດືອນພຶດສະພາ ແລະ ເດືອນມິຖຸນາໃນປີ 2024, ປະກອບຄຳເຫັນກ່ຽວກັບແຜນນະໂຍບາຍຈັດຕັ້ງເວທີປາໄສສະພາແຫ່ງຊາດກ່ຽວກັບການເຄື່ອນໄຫວຕິດຕາມກວດກາສູງສຸດ ແລະ ວຽກງານກະກຽມໃຫ້ແກ່ເວທີປາໄສ.

ຕອບກັບ

ຂ່າວ/ບົດ​ອື່ນ