ໄຂກອງປະຊຸມຄັ້ງທີ 35 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ໃນລາຍການຂອງກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດກໍ່ຈະພິຈາລະນາ, ຮັບຮອງເອົາຮ່າງມະຕິວ່າດ້ວຍການບູລະນະກົງຈັກ, ເຈົ້າໜ້າທີ່ໄອຍະການອົງການໄອຍະການທະຫານທຸກຂັ້ນໃຫ້ສົມບູນແບບ
ໄຂກອງປະຊຸມຄັ້ງທີ 35 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1ທີ່ກອງປະຊຸມຄັ້ງທີ 35
(ພາບ: VGP)

        ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄັ້ງທີ 35 ຂຶ້ນ.

        ເປັນປະທານ ແລະ ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໃຫ້ຮູ້ວ່າ, ເນື້ອໃນກອງປະຊຸມຄັ້ງນີ້ແມ່ນສະຫຼຸບ, ຖອດທອນບົດຮຽນທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV; ພ້ອມທັງ, ພິຈາລະນາເລື່ອງກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 8. ກ່ຽວກັບກອງປະຊຸມເທື່ອທີ 7, ສະພາແຫ່ງຊາດໄດ້ຕີລາຄາໂດຍສັງເຂບກ່ຽວກັບລາຍການ, ເນື້ອໃນ, ບັນດາວຽກງານບໍລິຫານ, ຈັດຈັ້ງ…

        ໃນລາຍການຂອງກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດກໍ່ຈະພິຈາລະນາ, ຮັບຮອງເອົາຮ່າງມະຕິວ່າດ້ວຍການບູລະນະກົງຈັກ, ເຈົ້າໜ້າທີ່ໄອຍະການອົງການໄອຍະການທະຫານທຸກຂັ້ນໃຫ້ສົມບູນແບບ; ພິຈາລະນາ, ຕົກລົງ: ເລື່ອງເພີ່ມເຕີມການຄາດຄະເນລາຍຈ່າຍເປັນປະຈຳຂອງງົບປະມານແຫ່ງລັດປີ 2024 ຂອງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ; ການດັດປັບແຜນການລົງທຶນສາທາລະນະໄລຍະກາງທຶນງົບປະມານສູນກາງໄລຍະ 2021 – 2025 ຂອງບັນດາອົງການຂັ້ນສູນກາງ ແລະ ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ