ໄຂກອງປະຊຸມຄັ້ງທີ 35 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ

(VOVWORLD) -   ກອງປະຊຸມຄັ້ງທີ 35 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ XIV ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດທີ່ນະຄອນຫຼວງຮ່າໂນ້ຍ. ກອງປະຊຸມດັ່ງກ່າວຈະດຳເນີນຈົນເຖິງວັນທີ 17 ກໍລະກົດ.

      ອີງຕາມຮ່າງໂຄງການດຳເນີນງານ, ທີ່ກອງປະຊຸມດັ່ງກ່າວ,ຄະນະປະຈຳສະພາແຫ່ງຊາດຫວຽດນາມຈະໃຫ້ຄຳເຫັນ ໃສ່ຮ່າງກົດໝາຍ 4 ສະບັບ, ເຊິ່ງລວມມີ: ກົດຫມາຍວ່າດ້ວຍກຳລັງທະຫານລາດປ້ອງກັນຕົວ(ສະບັບປັບປຸງ), ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງຂອງພົນລະເມືອງຫວຽດນາມ;ກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານແລະກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ; ກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ. ຄະນະປະຈຳສະພາແຫ່ງຊາດກໍຄືສະພາແຫ່ງຊາດຫວຽດນາມຈະໄດ້ສະຫຼຸບກອງປະຊຸມສະໄໝສາມັນຄັ້ງທີ 7; ໃຫ້ຄຳເຫັນໃນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດຫວຽດນາມ; ໃຫ້ຄຳເຫັນກ່ຽວກັບແຜນນະໂຍບາຍການລົງທຶນກໍ່ສ້າງໂຄງການສະພາແຫ່ງຊາດເອເລກໂຕຼນິກໄລຍະ 2019-2026 ແລະ ບາງບັນຫາສຳຄັນອື່ນໆອີກຈຳນວນໜຶ່ງ./.

ຕອບກັບ

ຂ່າວ/ບົດ​ອື່ນ