ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 37 ຄະ​ນະ​ກຳ​ມະ​ການລະ​ຫວ່າງ​ລັດ​ຖະ​ບານ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ

(VOVWORLD) -ໃນປີ 2019, ສອງຝ່າຍໄດ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນນັ້ນມີບາງຄະນະຜູ້ແທນຂັ້ນສູງ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ.
ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 37 ຄະ​ນະ​ກຳ​ມະ​ການລະ​ຫວ່າງ​ລັດ​ຖະ​ບານ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ - ảnh 1ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 10 ກັນຍາ, ກອງປະຊຸມຄັ້ງທີ 37 ຄະນະກຳມະການລະຫວ່າງລັດຖະບານລະຫວ່າງ ຫວຽດນາມ - ກູບາໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ທ່ານ ຟ້າມຮົ່ງຮ່າ ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ແລະ ທ່ານ Rodrigo Malmierca Diaz ລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະ ການລົງທຶນຕ່າງປະເທດ ກູບາ, ເປັນປະທານຮ່ວມຂອງຄະນະກຳມະການຮ່ວມລັດຖະບານ ຫວຽດນາມ - ກູບາໂດຍເປັນປະທານກອງປະຊຸມ.

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານ ຟ້າມຮົ່ງຮ່າ ລັດຖະມົນຕີກະຊວງກໍ່ສ້າງຢັ້ງຢືນວ່າ:  ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນສາມັກຄີອ້າຍນ້ອງ, ມິດຕະພາບທີ່ເປັນມູນເຊື້ອພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ກູບາ ແລະ ຫວຽດນາມ. ໃນປີ 2019, ສອງຝ່າຍໄດ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນນັ້ນມີບາງຄະນະຜູ້ແທນຂັ້ນສູງ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ເພີີ່ມທະວີການແລກປ່ຽນບົດຮຽນ, ປະສົບການໃນຂົງເຂດການກໍ່ສ້າງພັກ, ກໍ່ສ້າງລະບອບລະບຽບການ ແລະ ພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ.

        ສ່ວນທ່ານ Rodrigo Malmierca Diaz ໃຫ້ຮູ້ວ່າ: ລັດຖະບານກູບາຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ວິສາຫະກິດ 2 ປະເທດເພີ່ມທະວີການພົວພັນ, ການຮ່ວມມືໃຫ້ມີປະສິດທິຜົນສູງທີ່ສຸດ. ກູບາມີຄວາມຫວັງວ່າ ບັນດາວິສາຫະກິດ ຫວຽດນາມ ສືບຕໍ່ເຂົ້າຮ່ວມວິວັດການລົງທຶນຈາກຕ່າງປະເທດຢູ່ກູບາຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ