ໄຂກອງປະຊຸມຄັ້ງທີ 43 ສະພາສິດທິມະນຸດສະຫະປະຊາຊາດ

(VOVWORLD) -ບັນດາປະເທດອາຊຽນ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ພ້ອມກັບບັນດາອົງການສະຫະປະຊາຊາດ ຊຸກຍູ້ ແລະ ປົກປ້ອງສິດທິເດັກ

ໄຂກອງປະຊຸມຄັ້ງທີ 43 ສະພາສິດທິມະນຸດສະຫະປະຊາຊາດ - ảnh 1 ທ່ານນາງເອກອັກຄະລັດຖະທູດ ເລທິຕວ໊ຽດມາຍ

(ພາບ: TTXVN)

ກອງປະຊຸມຄັ້ງທີ 43 ສະພາສິດທິມະນຸດສະຫະປະຊາຊາດຖືກໄຂຂຶ້ນໃນວັນທີ 24 ກຸມພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ເຊີແນວ, ປະເທດສະວິດ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງເອກອັກຄະລັດຖະທູດ ເລທິຕວ໊ຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຢູ່ຂ້າງສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການອື່ນໆຢູ່ເຊີແນວ ເປັນຫົວໜ້າຄະນະ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Michelle Bachelet, ຂ້າຫຼວງໃຫຍ່ສິດທິມະນຸດ ຮຽກຮ້ອງໃຫ້ຍູ້ແຮງການຮ່ວມມືສາກົນ, ຍົກສູງຈິດໃຈໜ້າທີ່ຄວາມຮັບຜິດຊອບເພື່ອຮັບປະກັນໃຫ້ອະນາຄົດໄດ້ດຳລົງຊີວິດຢ່າງເສລີ, ສັນຕິພາບ, ໄດ້ຮັບການຮັບປະກັນບັນດາສິດພື້ນຖານດ້ານການສຶກສາ, ສາທາລະນະສຸກ… ພ້ອມທັງ, ຕັ້ງໜ້າຜັນຂະຫຍາຍບັນດາໂຄງການດຳເນີນງານ 2020 ເພື່ອການພັດທະນາແບບຍືນຍົງ, ຂໍ້ຕົກລົງທົ່ວໂລກກ່ຽວກັບສະພາບອົບພະຍົບຢ່າງຜິດກົດໝາຍ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ແລະ ຂໍ້ຕົກລົງປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

          ໃນວັນດຽວກັນ, ກ່າວຄຳເຫັນທີ່ວາລະປຶກສາຫາລືຫົວເລື່ອງສະເພາະຂັ້ນສູງກ່ຽວກັບການປົກປ້ອງສິດຂອງເດັກ, ທ່ານນາງເອກອັກຄະລັດຖະທູດ ເລທິຕວ໊ຽດມາຍ ໃຫ້ຮູ້ວ່າ, ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍໃໝ່ຂອງສະພາບການຄືໃນປະຈຸບັນ, ດ້ວຍຄວາມຕັດສິນໃຈປະຕິບັດບັນດາຄຳໝັ້ນສັນຍາໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບສິດທິເດັກ, ບັນດາປະເທດອາຊຽນ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ພ້ອມກັບບັນດາອົງການສະຫະປະຊາຊາດ ຊຸກຍູ້ ແລະ ປົກປ້ອງສິດທິເດັກ, ມຸ່ງໄປເຖິງການປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດ ໃຫ້ບັນລຸຜົນສຳເລັດ ເພື່ອການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ