ໄຂກອງປະຊຸມຄັັ້ງທີ 44 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ໄຂກອງປະຊຸມຄັ້ງທີ 44, ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 20 – 28 ເມສາ.
ໄຂກອງປະຊຸມຄັັ້ງທີ 44 ຄະນະປະຈຳສະພາແຫ່ງຊາດ - ảnh 1(ພາບປະກອບ: quochoi.vn)

ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຫຼາຍບັນຫາສຳຄັນ, ພິເສດແມ່ນເລື່ອງຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA); ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ - ສະຫະພາບເອີລົບ (EVIPA); ໃຫ້ສັດຕະຍາບັນການເຂົ້າເປັນສະມາຊິກສົນທິສັນຍາສະບັບເລກທີ 105 ຂອງອົງການແຮງງານສາກົນກ່ຽວກັບການລົບລ້າງແຮງງານແບບບີບບັງຄັບ ແລະ ລາຍງານການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

ກ່າວຄຳເຫັນໄຂກອງປະຊຸມທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ ນີ້ແມ່ນກອງປະຊຸມຈະດຳເນີນເປັນເວລາຫຼາຍວັນ ແລະ ໄດ້ຮັບການຈັດຕັ້ງໃນສະພາບການທີ່ໂລກລະບາດມີການຜັນແປຢ່າງສັບສົນ. ມີເນື້ອໃນຢ່າງຫຼວງຫຼາຍໄດ້ຮັບການກະກຽມເພື່ອຍື່ນສະເໜີຕໍ່ກອງປະຊຸມຕາມຮູບແບບໃໝ່. ທ່ານນາງກ່າວວ່າ:

        ຂ້າພະເຈົ້າຄິດວ່າ ນີ້ແມ່ນບັນຫາ ເຊິ່ງພວກເຮົາຕ້ອງເອົາໃຈໃສ່, ຍ້ອນວ່າພວກເຮົາເວົ້າວ່າ ໃນໄລຍະປະຕິບັດການແຍກຫ່າງໃນສັງຄົມ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ ບໍ່ໝາຍຄວາມວ່າ ພວກເຮົາຈະບໍ່ເຮັດວຽກ ແລະ ເຮັດໃຫ້ມັນຊັກຊ້າ, ແລະເກີດຂໍ້ຕິດຂັດທີ່ກ່ຽວຂ້ອງເຖິງວຽກງານຕາມແຜນການປ່ຽນແປງວິທີການເຮັດວຽກ.

ຕອບກັບ

ຂ່າວ/ບົດ​ອື່ນ