ໄຂກອງປະຊຸມຄັ້ງທີ 50 ສະພາສິດທິມະນຸດສະຫະປະຊາຊາດ

(VOVWORLD) -ກອງປະຊຸມຄັ້ງທີ 50 ຂອງສະພາຄວາມໝັ້ນຄົງສະຫະປຊະຊາດໄດ້ໄຂຂຶ້ນ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 47 ປະເທດສະມາຊິກ ແລະ ກວ່າ 100 ປະເທດສັງເກດການ
ໄຂກອງປະຊຸມຄັ້ງທີ 50 ສະພາສິດທິມະນຸດສະຫະປະຊາຊາດ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 13 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ກອງປະຊຸມຄັ້ງທີ 50 ຂອງສະພາຄວາມໝັ້ນຄົງສະຫະປຊະຊາດໄດ້ໄຂຂຶ້ນ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 47 ປະເທດສະມາຊິກ ແລະ ກວ່າ 100 ປະເທດສັງເກດການ, ບັນດາອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ອົງການບໍ່ຂຶ້ນກັບລັດຖະບານມີສຳນັກງານຕັ້ງຢູ່ ເຊີແນວ, ປະເທດ ສະວິດ. ໜຶ່ງໃນບັນດາຫົວຂໍ້ຈຸດສຸມຂອງ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 50 ຂອງສະພາສິດທິມະນຸດຄັ້ງນີ້ແມ່ນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ພ້ອມກັບ ບັງກະລາເທດ ແລະ ຟີລິບປິນ ຮ່ວມຈັດວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບການຮັບປະກັນສິດຂອງບັນດາກຸ່ມມີຄວາມສ່ຽງສູງກວ່າເພີ່ນ; ພ້ອມກັນນັ້ນ, ແນະນຳຮ່າງມະຕິປີ 2022 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ, ສຸມໃສ່ສິດທັນຍາຫານ ແລະ ການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນມະຕິເຊິ່ງ 3 ປະເທດແນະນຳປະຈຳປີ ນັບແຕ່ປີ 2014, ເພື່ອໃຫ້ສະພາສິດທິມະນຸດພິຈາລະນາ, ຮັບຮອງເອົາ ດ້ວຍຈຸດສຸມແມ່ນແຕ່ລະປີສຸມໃສ່ຫົວເລື່ອງລະອຽດ.

        ຄາດວ່າ, ກອງປະຊຸມຄັ້ງທີ 50 ຈະດຳເນີນໃນລະຫວ່າງວັນທີ 13 ມິຖຸນາ ຫາວັນທີ 08 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ