ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 53 ຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານການປະຕິບັດງານ ອາຍຸການ 2016 – 2021 ຂອງລັດຖະບານ, ໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 11 ຂອງສະພາແຫ່ງຊາດຊຸດທີ XIV, ການປັບປຸງຄັ້ງທີ 1 ຂອງໂຄງປະກອບ, ພາກສ່ວນ, ຈຳນວນບຸກຄະລາກອນຂອງອົງການ, ສຳນັກງານ, ຫົວໜ່ວຍຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງໄດ້ຮັບການນຳສະເໜີ ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV.
ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 53 ຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນກ່າວຄຳເຫັນໄຂວາລະປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 22 ກຸມພາ, ວາລະປະຊຸມຄັ້ງທີ 53 ຂອງຄະນະປະຈຳສະພາແຫ່ງຊາດໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ວາລະປະຊຸມໄດ້ດຳເນີນໃນເວລາ 1 ວັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານການປະຕິບັດງານ ອາຍຸການ 2016 – 2021 ຂອງລັດຖະບານ, ໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 11 ຂອງສະພາແຫ່ງຊາດຊຸດທີ XIV, ການປັບປຸງຄັ້ງທີ 1 ຂອງໂຄງປະກອບ, ພາກສ່ວນ, ຈຳນວນບຸກຄະລາກອນຂອງອົງການ, ສຳນັກງານ, ຫົວໜ່ວຍຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງໄດ້ຮັບການນຳສະເໜີ ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໃຫ້ຮູ້ວ່າ:

ກ້າວເຂົ້າສູ່ປີ ສະຫຼຸ 2021, ສືບຕໍ່ບັນດາໝາກຜົນທີ່ບັນລຸໄດ້ໃນປີ 2020, ພ້ອມກັບບັນຍາກາດໃໝ່, ໄຊຊະນະໃໝ່ຈາກຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ຄະນະປະຈຳສະພາແຫ່ງຊາດ ຈະສືບຕໍ່ເສີມຂະຫຍາຍຈິດໃຈເຮັດວຽກ, ຄວາມຮັບຜິດຊອບ, ຄວາມສາມັກຄີ, ຄວາມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນຢ່າງສູງສຸດ ເພື່ອປະຕິບັດບັນດາໜ້າທີ່ທີ່ໄດ້ວາງອອກ ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ