ໄຂກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 27 ເມສາ, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນພິທີໄຂກອງປະຊຸມຄັ້ງທີ 55 ຄະນະປະຈຳສະພາແຫ່ງຊາດຫວຽດນາມ.
ໄຂກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 27 ເມສາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 55.

ທີ່ວາລະໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ນີ້ແມ່ນກອງປະຊຸມນັດສາມັນຄັ້ງທຳອິດຂອງ ຄະນະປະຈຳສະພາແຫ່ງຊາດ ພາຍຫຼັງບູລະນະບຸກຄະລາກອນ ປະທານສະພາແຫ່ງຊາດ, ບາງຮອງປະທານສະພາແຫ່ງຊາດ, ບາງກຳມະການຄະນະປະຈຳສະພາແຫ່ງຊາດ, ເພື່ອສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນ, ຄຸນນະພາບຂອງການເຄື່ອນໄຫວຂອງສະພາແຫ່ງຊາດ. ທ່ານ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ສຸມໃສ່ວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ເລືອກຕັ້ງ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2021 – 2026. ບັນດາອົງການຂອງສະພາແຫ່ງຊາດ ກໍ່ຕັ້ງໜ້າກະກຽມການສ້າງບັນດາແຜນຮ່າງ, ໂຄງການກະທຳ ເພື່ອປະຕິບັດມະຕິຂອງສະພາແຫ່ງຊາດແລະ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ . ທ່ານ ກ່າວວ່າ:

        ເພື່ອຫຼີກລ້ຽງກໍລະນີຍົກລະດັບຂຶ້ນເປັນເທດສະບານເມືອງແລ້ວແຕ່ ຍັງມີຜູ້ອອກແຮງງານດ້ານກະສິກຳ, ເສດຖະກິດຊົນນະບົດ, ດັ່ງນັ້ນ, ຕ້ອງເອົາໃຈໃສ່ເປັນພິເສດເຖິງບັນຫາປັບປຸງ, ກວດກາຄືນການວາງແຜນຜັງ, ນັບທັງການວາງແຜນຜັງສັງລວມ, ແຜນຜັງ 1/2000, ວາງແຜນຜັງ 1/500 ແລະ ຕ້ອງປະຕິບັດບັນດາວຽກງານທີ່ກ່ຽວຂ້ອງເຖິງການພັດທະນາທີ່ຕິດພັນກັບການພັດທະນາເສດຖະກິດຕົວເມືອງຢ່າງທັນການ.

  ຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາຂໍ້ສະເໜີຂອງລັດຖະບານ, ອະນຸຍາດໃຫ້ນ້ຳໃຊ້ເງິນປະຢັດ ກ່ວາ 12 ພັນຕື້ດົ່ງຂອງ ງົບປະມານສູນກາງ ເພື່ອຊື້ວັກຊິນກັນໂຄວິດ - 19.

        ການນຳໃຊ້ແຫຼ່ງເງິນທຶນນີ້ ເພື່ອຊື້ວັກຊິນກັນໂຄວິດ - 19 ແມ່ນຈຳເປັນ ແລະ ຮີບດ່ວນ, ຮັບປະກັນການປະຕິບັດນະໂຍບາຍຊ່ວຍໜູນສັງຄົມ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

        ກ່ອນໜ້ານັ້ນ, ທີ່ກອງປະຊຸມ, ທ່ານ ບຸ່ຍວັນເກືອງ ເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ຄາດວ່າກອງປະຊຸມຄັ້ງປະຖົມມະເລິກ ຂອງສະພາແຫ່ງຊາດຊຸດທີ 15 ຈະດຳເນີນໃນລະຫວ່າງວັນທີ 20 ກໍລະກົດ ຫາ ວັນທີ 3 ສິງຫາ. ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະສະຫງວຽນເວລາສ່ວນຫຼາຍເພື່ອພິຈາລະນາ, ຕົກລົງກ່ຽວກັບວຽກງານບຸກຄະລາກອນ.

ຕອບກັບ

ຂ່າວ/ບົດ​ອື່ນ