ໄຂກອງປະຊຸມຄັ້ງທີ 57 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມຄັ້ງທີ 57 ຂອງຄະນະປະຈຳສະພາແຫ່ງຊາດ. ກອງປະຊຸມທີ່ໄດ້ດຳເນີນໃນລະຫວ່າງວັນທີ 14 – 15 ມິຖຸນາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ເນື້ອໃນສຳຄັນຫຼາຍຢ່າງ.
ໄຂກອງປະຊຸມຄັ້ງທີ 57 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: Quochoi.vn)

ຕາມໂຄງການດຳເນີນງານທີ່ຄາດຄະເນແລ້ວ, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ບົດລາຍງານສະຫຼຸບເບື້ອງຕົ້ນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ປະກອບຄຳເຫັນໃສ່ໂຄງການສ້າງກົດໝາຍ, ລັດຖະບັນຍັດ 2022 ຂອງສະພາແຫ່ງຊາດ, ປະກອບຄຳເຫັນກ່ຽວກັບກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ 15. ພ້ອມທັງພິຈາລະນາ,ປະກອບຄຳເຫັນໃສ່ຮ່າງໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2022, ປະກອບຄຳເຫັນໃສ່ບາງບັນຫາກ່ຽວກັບເສດຖະກິດ - ສັງຄົມສຳຄັນອື່ນໆອີກ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຊີ້ແຈ້ງເນື້ອໃນສຳຄັນ ທີ່ໄດ້ີຮັບການປະກອບຄຳເຫັນຈາກ ຄະນະປະຈຳສະພາແຫ່ງຊາດ ຢູ່ກອງປະຊຸມຄັ້ງທີ 57 ແມ່ນ ຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ໄລຍະ 6 ເດືອນຕົ້ນປີ ແລະ ບັນດາວິທີການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ, ງົບປະມານແຫ່ງລັດ ໄລຍະ 6 ເດືອນທ້າຍປີ 2021. ທ່ານໃຫ້ຮູ້ວ່າ:

ຮັດແໜ້ນກົດລະບຽບວິໄນກ່ຽວກັບບັນດາຂັ້ນຕອນສ້າງກົດໝາຍ, ເປັນຕົ້ນແມ່ນສຳລັບອົງການຍືນເອກະສານ ແລະ ອົງການສຳຫຼວດກວດກາ, ໂດຍສະເພາະແມ່ນຄວາມຮັບຜິດຊອບຂອງຜູ້ນຳໜ້າ. ເດັດດ່ຽວຮັກສາໂຄງການສ້າງກົດໝາຍ, ລັດຖະບັນຍັດຂອງ ສະພາແຫ່ງຊາດ ເພື່ອຮັບປະກັນລັກສະນະຄົບຊຸດ, ເຫັນດີເປັນເອກະພາບ, ເນື້ອໃນ, ຄຸນນະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ