ໄຂກອງປະຊຸມຄັ້ງທີ 60, ສະມັດຊາໃຫຍ່ສະມາຄົມກະຈາຍສຽງ ໂທລະພາບອາຊີ - ປາຊີຟິກ

(VOVWORLD) - ກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 60 ດ້ວຍຈຸດປະສົງຄົ້ນຫາຄຳຖາມທີ່ສຳຄັນກ່ຽວກັບລັກສະນະຍືນຍົງໃນຂະແໜງກະຈາຍສຽງ ໂທລະພາບ ແລະ ກຳນົດທິດອະນາຄົດຂອງຂະແໜງຢູ່ພາກພື້ນ ອາຊີ - ປາຊີຟິກ.
ໄຂກອງປະຊຸມຄັ້ງທີ 60, ສະມັດຊາໃຫຍ່ສະມາຄົມກະຈາຍສຽງ ໂທລະພາບອາຊີ - ປາຊີຟິກ - ảnh 1(ທ່ານເລຂາທິການໃຫຍ່ ABU Ahmed Nadeem ກ່າວຄຳເຫັນໄຂກອງປະຊຸມ)

        ຕອນເຊົ້າວັນທີ 31 ຕຸລາ, ຢູ່ນະຄອນຫຼວງ ເຊີອຸ່ນ, ປະເທດ ສ.ເກົາຫຼີ, ໄດ້ຈັດພິທີໄຂກອງປະຊຸມຄັ້ງທີ 60, ສະມັດຊາໃຫຍ່ສະມາຄົມກະຈາຍສຽງ ໂທລະພາບອາຊີ - ປາຊີຟິກ (ABU). ມີສະມາຊິກກວ່າ 250 ຄົນທີ່ຕາງໜ້າໃຫ້ 67 ປະເທດສະມາຊິກ, ໃນນັ້ນ, ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຟ້າມແມ້ງຮຸ່ງ, ນຳໜ້າເຂົ້າຮ່ວມກອງປະຊຸມ.

        ດ້ວຍຫົວຂໍ້ “ສິ່ງໃດຈະເກີດຂຶ້ນຕໍ່ໄປ?” ກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 60 ດ້ວຍຈຸດປະສົງຄົ້ນຫາຄຳຖາມທີ່ສຳຄັນກ່ຽວກັບລັກສະນະຍືນຍົງໃນຂະແໜງກະຈາຍສຽງ ໂທລະພາບ ແລະ ກຳນົດທິດອະນາຄົດຂອງຂະແໜງຢູ່ພາກພື້ນ ອາຊີ - ປາຊີຟິກ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ແບ່ງປັນຄວາມຮູ້ ແລະ ຄວາມມານະພະຍາຍາມຮ່ວມມືເພື່ອສ້າງທິດທາງຍືນຍົງໃຫ້ແກ່ຂະແໜງກະຈາຍສຽງ ໂທລະພາບ; ຜ່ານນັ້ນ, ກໍ່ຄົ້ນຫາບັນດາຍຸດທະສາດປ່ຽນແປງໃໝ່, ພິຈາລະນາບັນດາທິດທາງທີ່ດີທີ່ສຸດ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມື ເພື່ອຊຸກຍູ້ຄວາມສາມາດຟື້ນຟູ, ລັກສະນະຫຼາຍຮູບຫຼາຍແບບ ແລະ ໜ້າທີ່ຄວາມຮັບຜິດຊອບໃນການເຄື່ອນໄຫວດ້ານວິຊາການ.

        ໃນຂອບເຂດກອງປະຊຸມ, ຕອນຄ່ຳວັນດຽວກັນ, ໄດ້ຈັດພິທີມອບລາງວັນ ABU Prize. ນີ້ແມ່ນລາງວັນວິຊາສະເພາະຂະແໜງກະຈາຍສຽງ - ໂທລະພາບສາກົນທີ່ມີອິດທິພົນຊື່ສຽງໂດຍ ABU ຈັດຂຶ້ນປະຈຳປີ.

ຕອບກັບ

ຂ່າວ/ບົດ​ອື່ນ