ໄຂກອງປະຊຸມຄັ້ງທີ 7 ສະພາປະຊາຊົນນະຄອນຮ່າໂນ້ຍ

ໄຂກອງປະຊຸມຄັ້ງທີ 7 ສະພາປະຊາຊົນນະຄອນຮ່າໂນ້ຍ - ảnh 1
ໄຂ​ກອງ​ປະຊຸມ​ຄັ້ງ​ທີ 7, ສະພາ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຊຸດ​ທີ 14
(ພາບ:  dangcongsan.vn)


(vovworld) - ​ ​ຕອນ​ເຊົ້າ​ວັນ​ທີ 01/07, ສະພາ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຊຸດ​ທີ 14 ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 7. ຕາມ​ການ​ຕີ​ລາຄາ, ​ໃນ 6 ​ເດືອນ​ຕົ້ນ​ປີ 2013, ​ເສດຖະກິດ​ນະຄອນຫຼວງ ມີ​ລະດັບການ​ເຕີບ​ໂຕ​ດີ​ພໍ​ສົມຄວນ, ຍອດ​ຈຳນວນ​ຜະລິດ​ຕະພັນ​ໃນ​ບໍລິ​​ເວນ​ນະຄອນຄາດ​ວ່າ​ບັນລຸ​ລະດັບ 7,67%, ​ໄຟ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ຕະຫຼາດ​ເປັນ​ຕົກ​ກະຕິ. ຄຽງ​ຂ້າງ​ນັ້ນ, ວຽກ​ງານ​ວາງ​ແຜນ​ຜັງ, ຄຸ້ມ​ຄອງ​ຕົວ​ເມືອງ, ຄຸ້ມ​ຄອງຄວາມ​ເປັນ​ລະບຽບຮຽກຮ້ອງ​ໃນການ​ກໍ່ສ້າງ​ໄດ້​ຮັບ​ການ​ເພີ່ມ​ທະວີ... ​ແຕ່​ຍັງ​ມີ​ບາງ​ຂໍ້​ຈຳກັດ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຂົງ​ເຂດ​ສາ​ທາ​ລະນະ​ສຸກ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ທ່ານ​ນາງ ​ໂງ​ທິຢວານ​ແທງ, ປະທານ​ສະພາ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຊີ້​ແຈ້ງ​ວ່າ.

 “ນີ້ແມ່ນບັນຫາໃຫຍ່ ແລະ ຫຍຸ້ງຍາກ, ໄດ້ສົ່ງຜົນສະທ້ອນບໍ່ໜ້ອຍ ແລະ ເປັນສິ່ງກີດຂວາງການພັດທະນາ ນະຄອນຫຼວງ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ສະພາ​ປະຊາຊົນ​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງ, ຊີ້​ໃຫ້​ເຫັນ​ບັນດາ​ຈຸດ​ອ່ອນ ​ແລະ ​​ສາຍເຫດ, ຈາກ​ນັ້ນ​ສະ​ເໜີ ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ບັນດາມາດ​ຕະການ​ແກ້​ໄຂ ​ເພື່ອ​ໃຫ້​ນະຄອນ​ສຸມ​ໃສ່, ຊີ້​ນຳ, ບໍລິຫານ​ຢ່າງ​​ຂ້ຽວຂາດ, ສູ້​ຊົນ​ປະຕິບັດ​ບັນດາຕົວ​ເລກ​ຄາດໝາຍ, ໜ້າ​ທີ່​ຂອງ​ປີ 2013 ຢ່າງ​ມີ​ໄຊ”.

ຂ່າວ/ບົດ​ອື່ນ