ໄຂກອງປະຊຸມຄັ້ງທີ 8, ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ

(VOVWORLD) - ຕອນເຊົ້າວັນທີ 23 ເມສາຢູ່ຮ່າໂນ້ຍ, ກໍາມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄົບຄະນະຄັ້ງທີ 8

ໄຂກອງປະຊຸມຄັ້ງທີ 8, ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ - ảnh 1ບັນຍາກາດຂອງກອງປະຊຸມຄົບຄະນະຄັ້ງທີ 8

(ພາບ: quochoi.vn)

ຕອນເຊົ້າວັນທີ 23 ເມສາຢູ່ຮ່າໂນ້ຍ, ກໍາມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄົບຄະນະຄັ້ງທີ 8, ຮັບຟັງບົດລາຍງານສະພາບການປະຕິບັດນະໂຍບາຍ, ລະບອບປະກັນສັງຄົມ, ການຄຸ້ມຄອງ ແລະ ນຳໃຊ້ກອງທຶນປະກັນສັງຄົມ ປີ 2017. ຄິດໄລ່ຮອດທ້າຍປີ 2017 ໄດ້ມີຜູ້ເຂົ້າຮ່ວມປະກັນສັງຄົມແບບບັງຄັບ 13,6 ລ້ານຄົນ, ເພີ່ມຂຶ້ນ 5,67% ເມື່ອທຽບໃສ່ປີ 2016. ເພື່ອເປີດກວ້າງເປົ້າໝາຍເຂົ້າຮ່ວມໃນໄລຍະຈະມາເຖິງ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສະເໜີໃຫ້ຫຼຸດຜ່ອນກຳນົດເວລາເສຍຄ່າປະກັນສັງຄົມ ເພື່ອມີເງື່ອນໄຂພຽງພໍໃນການຊົມໃຊ້ເງິນກິນເບ້ຍບຳນານ, ຍົກລະດັບການໜູນຊ່ວຍປະຊາຊົນເຂົ້າຮ່ວມປະກັນສັງຄົມແບບສະໝັກໃຈ, ໂດຍຕິດພັນກັບສິດຜົນປະໂຫຍດທີ່ເຂົ້າຮ່ວມການປະກັນສັງຄົມແບບສະໝັກໃຈດ້ວຍບັນດາບຸລິມະສິດອື່ນໆຕື່ມອີກ.

        ຕອນບ່າຍຂອງວັນດຽວກັນ, ກອງປະຊຸມຄັ້ງທີ 8 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນກວດກາບົດລາຍງານເພີ່ມເຕີມກ່ຽວກັບການຕີລາຄາສະພາບການປະຕິບັດບັນດາໜ້າທີ່ດ້ານເສດຖະກິດ - ສັງຄົມ ປີ 2017; ບົດລາຍງານກ່ຽວກັບການປະຢັດມັດທະຍັດ, ຕ້ານການສໍ້ລາດບັງຫຼວງປີ 2017 ໃນບັນດາຂົງເຂດຂຶ້ນກັບການຄຸ້ມຄອງຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ