ໄຂກອງປະຊຸມຄັ້ງທີ 9 ຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 9 ຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ
ກ່າວ​ຄຳ​ເຫັນ​ໄຂ​ກ​ອງ​ປ​ະ​ຊຸມ
(ພາບ: quochoi.vn)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 17/04, ຢ​ູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ​້​ໄຂກອງປະ​ຊຸມ​ຄັ້ງ​ທີ 9 ດ້ວຍ​ເນື້ອ​ໃນ​ສຳ​ຄັນ​ຫຼາຍ​ຢ່າງ, ເພື່ອ​ກະ​ກຽ​ມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສ​ະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14, ເຊິ່​ງ​ຄາດ​ວ່າ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/05 ຈະ​ມາ​ເຖິງ.

        ກ່າວ​ຄຳ​ເຫັນ​ໄຂ​ກ​ອງ​ປ​ະ​ຊຸມ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ, ກອງ​ປະ​ຊ​ຸມ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮັບ​ເອົາ, ປັບ​ປຸງ​​ຮ່າງ​ກົດໝາຍ 6 ສະ​ບັບ, ພ້ອມ​ກັບ​ເນື້ອ​ໃນ​ສຳ​ຄັນ​ອື່ນໆ​ອີກ​ຫຼາຍ​ປະ​ການ.

        ໃນ​ຕອນ​ເຊົ້າ​ວັນ​ທີ 17/04, ເມື່ອ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດ​ໝາ​ຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ເປັນ​ເອ​ກ​ະ​ພາບ​ນຳ​ກັນ​ໂດຍ​ສັງ​ເຂບ​ຕາ​ມ​ທິດ​ຮັບ​ເອົາ, ອະ​ພິ​ປາຍ​ຂອງກຳ​ມາ​ທິການ​ເສດ​ຖະ​ກິດ, ເຫັນ​ດີ​ກັບ 3 ມາດ​ຕະຖານ​ກຳ​​ນົດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ. ທ່ານນ​າງ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໃຫ້​ຮູ້​ວ່າ.

        “ພວ​ກ​ເຮົາ​ນັບ​ຖື​ບັນ​ດາ​ນັກ​ລົງ​ທຶນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ເຂ​ົ້າ​ຫວຽດ​ນາມ ແຕ່​ຕ້ອງ​ຮັບ​ປະ​ກັນ​ລະ​ບອບ​ໃຫ້​ແກ່​ຄົນ​ງານ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຖື​ວ່າ, ນີ້​ແມ່ນທັດ​ສະ​ນະ​ດ້ານ​ການ​ເມືອງ​ຂອງ​ພວກ​ເຮົາ​ຕໍ່​ໂລກ, ຄຳ​ໝັ້​ນ​ສັນ​ຍາ​ໃນ​​ອົງ​ການ​ແຮງ​ງານ​ສາ​ກົນ, ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ, ແຕ່​ຕ້ອງ​ຮັບ​ປະ​ກັນໄດ້​ຊື້​ປະ​ກັນ​ໄພ​ສັງ​ຄົມ, ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ສະ​ຫວັດ​ດີ​ການ​ສັງ​ຄົມ…”


ຕອບກັບ

ຂ່າວ/ບົດ​ອື່ນ