ໄຂກອງປະຊຸມຄັ້ງທີ13ຄະນະບໍລິຫານງານສູນກາງພັກຊຸດທີ11

ໄຂກອງປະຊຸມຄັ້ງທີ13ຄະນະບໍລິຫານງານສູນກາງພັກຊຸດທີ11 - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​
ກາງ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ)

(vovworld) – ກອງ​ປະຊຸມ​ຄັ້ງ​ທີ 13 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ຖືກ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດໃນ​ຕອນ​ເຊົ້າ​ວັນ​ທີ 14/12 ຢູ່​ນະຄອນຫລວງ ຮ່າ​ໂນ້ຍ. ກອງ​ປະຊຸມ​ຄັ້ງ​ນີ້ ​​ໄດ້ປຶກສາ​ຫາລື​​ບັນດາ​ເນື້​ອ​ໃນ​ຄື: ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາອົງການ​ຈັດ​ຕັ້ງ​ມະຫາຊົນ​, ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ; ບັນດາ​ຮ່າງ​ເອກະສານ​ທີ່​ຍືນສະ​ເໜີ​ຕໍ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ: ບົດລາຍ​ງານ​ສະຫລຸບ​ການ​ປະຕິບັດມະຕິ​ສູນ​ກາງທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການກໍ່ສ້າງພັກ, ກ່ຽວ​ກັບບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ ​ແລະ ບຸກຄະລາ​ກອນຄະນະ​ກຳມະການ​ກວດກາ​ສູນ​ກາງ​ຊຸດ​ທີ 12, ຮ່າງ​ກົດ​ລະບຽບການ​ປະຕິບັດວຽກ​ງານ, ກົດ​ລະບຽບ​ການ​ປ່ອນ​ບັດເລືອກ​ຕັ້ງ​ຢູ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແລະ ບາງ​ບັນຫາ​ສຳຄັນ​ອື່ນໆ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງ​ບາງ​ບັນຫາ​ມີ​ລັກສະນະເຈາະຈິ້ມ​ ​ເພື່ອ​​ໃຫ້​ສູນ​ກາງ​ເອົາ​ໃຈ​ໃສ່​ໃນ​ວິ​ວັດ​ການ​ປຶກສາ​ຫາລື, ພິຈາລະນາ ​ແລະ ຕັດສິນ.

        “ສະ​ເໜີ​ສູນ​ກາງ​ສະ​ຫງວນ​ເວລາ​ຄົ້ນຄວ້າ, ປຶກສາ​ຫາລືປະກອບ​ຄຳ​ເຫັນຢ່າງ​ລະອຽດ​ໃສ່​ບົດລາຍ​ງານອະພິປາຍ, ຮັບ​ເອົາ​ຄຳ​ເຫັນ ​ແລະ ​ເນື້ອ​ໃນ​ຄົບ​ຊຸດບັນດາ​ຮ່າງ​ເອກະສານ​ ດ້ວຍ​ຈິດ​ໃຈສ້າງສັນ​ນັບຖື​ບັນດາ​ຄຳ​ເຫັນ​ປະກອບ​ຂອງ​ທົ່ວ​ພັກ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ການ​ເມືອງ - ສັງຄົມ ​ແລະ ປະຊາຊົນ. ສຸມ​ໃສ່​ໃຫ້​ຄຳ​ເຫັນ ຕໍ່​ບັນດາ​ຂໍ້​ສະ​ເໜີ​ເພີ່ມ​ເຕີມ, ປັບປຸງ ​ແລະ ​ເນື້ອ​ໃນ​ຄົບ​ຊຸດ​ຂອງຮ່າງ​ເອກະສານຕ່າງ​ໆ​, ພິ​ເສດ​ແມ່ນບັນດາ​ບັນຫາທີ່​ຍັງ​ມີ​ຄຳ​ເຫັນ ຫຼື ວິທີ​ການ​ເລືອກ​​​ເຟັ້ນທີ່​ແຕກ​ຕ່າງ​ກັນ. ພ້ອມ​ກັນ​ນັ້ນ ກໍ​ຄວນ​ສະ​ແດງທັດສະນະ​ການ​ເມືອງ​ສຳລັບ​ບັນດາ​ຄຳ​ເຫັນ​ທີ່​ຜິດພາດ, ຝືນກັບ​ທັດສະນະ​, ​ແນວ​ທາງພື້ນຖານ​ຂອງ​ພັກ. ຈາກ​ນັ້ນ, ພິຈາລະນາ ຮັບຮອງ​ເອົາ​​ເນື້ອ​ໃນ​ຄົບ​ຊຸດ​ລາຍ​ງານ​ການ​ເມືອງ ​ແລະ ບົດ​ລາຍ​ງານ​ເສດຖະກິດ​ສັງຄົມ​ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງພັກ ”.

ຕາມ​ລາຍການ​ແລ້ວ, ກອງ​ປະຊຸມ​ຄັ້ງ​ທີ 13 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ຈະ​ເຮັດ​ວຽກຮອດ​ວັນ​ທີ 22/12.

 

ຂ່າວ/ບົດ​ອື່ນ