ໄຂກອງປະຊຸມຄັ້ງທີ40ຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ40ຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ
(ພາບປະກອບ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 10/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 40 ຊຶ່ງ​ຄາ​ດວ່າ: ຈະ​ດຳ​ເນີນ​ຮອດ​ວັນ​ທີ 18/8. ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ສະຫງວນ​ເວລາ​ສ່ວນ​ຫລາຍ​ໃຫ້​ແກ່​ວຽກ​ງານ​ສ້າງ​ກົດໝາຍ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຈະ​ໃຫ້​ຄວາມ​ເຫັນ​ໃສ່​ບັນດາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕາງ​ກັນ​ຂອງ​ຮ່າງ​ກົດໝາຍ​ຕ່າງໆ ​ເຊັ່ນ: ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ​ເພີ່ມ​ເຕີ່ມບາງ​ມາດຕາ​ຂອງ​ກົດໝາຍ​ບັນຊີ, ກົດໝາຍວ່າ​ດ້ວຍ​ສະຖີຕິ​(ສະບັບປັບປຸງ), ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ, ປະມວນ​ກົດໝາຍ​ດຳ​ເນີນ​ຄະດີ​ອາຍາ​(ສະບັບ​ປັບປຸງ​), ປະມວນ​ກົດໝາຍວ່າ​ດ້ວຍ​ການ​ເດີນ​ທະ​ເລ​ຫວຽດນາມ(ສະບັບ​ປັບປຸງ)… ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຍັງ​ຈະ​ໃຫ້​ຄຳ​ເຫັນ​ໃສ່​ບາງ​ເນື້ອ​ໃນ​ທີ່​ສຳຄັນ​ອື່ນໆ​ໃນ​ຮ່າງ​ລັດຖະບັນຍັດ​ກ່ຽວກັບ​ທະຫານ ​ແລະ ກຳມະກອນ, ພະລາກອນ​ປ້ອງ​ກັນຊາ​ດ, ຮ່າງ​ມະຕິ​ກ່ຽວ​ກັບ​ພາລະ​ໜ້າ​ທີ່​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ນິຕິບັນຍັດ…

ຂ່າວ/ບົດ​ອື່ນ