ໄຂກອງປະຊຸມຄົບຄະນະຄັ້ງທີ 11 ກຳມາທິການກົດໝາຍຂອງສະພາແຫ່ງຊາດ

(VOVWORLD) -ກອງປະຊຸມຄົບຄະນະໄດ້ໄຂຂຶ້ນເມື່ອວັນທີ  5 ເມສາ, ຢູ່ຮ່າໂນ້ຍ, ໂດຍທ່ານຫງວຽນຄັກດິ້ງ ຫົວໜ້າກຳມາທິການກ່ຽວກັບກົດໝາຍສະພາແຫ່ງຊາດຫວຽດນາມ ເປັນປະທານ
ໄຂກອງປະຊຸມຄົບຄະນະຄັ້ງທີ 11 ກຳມາທິການກົດໝາຍຂອງສະພາແຫ່ງຊາດ - ảnh 1ທ່ານຫງວຽນຄັກດິ້ງ ຫົວໜ້າກຳມາທິການກ່ຽວກັບກົດໝາຍສະພາແຫ່ງຊາດຫວຽດນາມ ເປັນປະທານ ກອງປະຊຸມ (ພາບ:ເຢືອງຢາງ/TTXVN)

ທີ່ກອງປະຊຸມ, ບັນດາສະມາຊິກຂອງກຳມາທິການໄດ້ປະເມີນຜົນໃບສະເໜີຂອງລັດຖະບານ ກ່ຽວກັບບັນດາແຜນຮ່າງ ແລະຮ່າງມະຕິຕົກລົງຂອງສະພາແຫ່ງຊາດ ກ່ຽວກັບການສ້າງຕັ້ງ 03 ເຂດປົກຄອງເສດຖະກິດພິເສດ ເວີນໂດນ, ບັກເວີນຟອງ, ຟຸກວັກ; ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍເຂດປົກຄອງ - ເສດຖະກິດພິເສດເວີນໂດນ, ບັກເວີນຟອງ, ຟຸກວັກ ແລະ ຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ(ສະບັບປັບປຸງ).

        ຕອນບ່າຍຂອງວັນດຽວກັນ, ກຳມາທິການກົດໝາຍຂອງສະພາແຫ່ງຊາດໄດ້ປະເມີນຜົນໃບສະເໜີຂອງລັດຖະບານກ່ຽວກັບການສ້າງຕັ້ງເທດສະບານ ເຟຶອກກາດ, ຂຶ້ນກັບເມືອງກາດຕຽນ, ແຂວງເລີມດົງ. ພ້ອມທັງ ປະເມີນຜົນໃບສະເໜີຂອງລັດຖະບານກ່ຽວກັບການສ້າງຕັ້ງເທດສະບານ ຟຸໝີ ແລະ ບັນດາຕາແສງຂຶ້ນກັບເທດສະບານແຂວງຟຸໝີ, ແຂວງບາເຮ້ຍ-ຫວຸງເຕົາອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ