ໄຂກອງປະຊຸມຄົບຄະນະຄັ້ງທີ4ຂອງກຳມາທິການກົດໝາຍຂອງສະພາແຫ່ງຊາດ

ໄຂກອງປະຊຸມຄົບຄະນະຄັ້ງທີ4ຂອງກຳມາທິການກົດໝາຍຂອງສະພາແຫ່ງຊາດ - ảnh 1
ໄຂ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ກຳ​ມາ​ທິ​ການ​ກົດ​ໝາຍ
ພາບ​ປະ​ກອບ

(vovworld)- ​ຕອນ​ເຊົ້າ​ວັນ​ທີ 9/3, ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້​ໄຂ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ເພື່ອກວດ​ກາ​ຮ່າງ​ກົດ​ໝາຍ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ກ່າວ​ຟ້ອງ. ກຳ​ມາ​ທິ​ການ​ກົດ​ໝາຍເຫັນ​ດີ​ຕໍ່​ຫລາຍ​ເນື້ອ​ໃນ​ຂອ​ງ​ຮ່າງ​ກົດ​ໝາຍ​ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ຂໍ້​ກຳ​ນົດ​ໃຫມ່​ຂອງ​ລັດ​ຖະ​ທຳ​ມະ​ນູນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ສິ​ດ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ​ໃຫ້​ເປັນ​ລະ​ອຽດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ, ມະ​ຕິ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ແກ້​ໄຂ​ການ​ກ່າວ​ຟ້ອງ ແລະ ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ໄລ​ຍະ​ປະ​ຈຸ​ບັນ.


ຕອບກັບ

ຂ່າວ/ບົດ​ອື່ນ