ໄຂກອງປະຊຸມຄວາມໝັ້ນຄົງທາງດ້ານການເງິນໃນພາກພື້ນອາຊີຕາເວັນອອກ

ໄຂກອງປະຊຸມຄວາມໝັ້ນຄົງທາງດ້ານການເງິນໃນພາກພື້ນອາຊີຕາເວັນອອກ - ảnh 1
ທ່ານນາຍົກລັດຖະມົນຕີ  ຫງວຽນ​ເຕີນ​ຢູງ ​ໄດ້​ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ​
(ພາບ: vietnamplus.vn)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ, ທ່ານນາຍົກລັດຖະມົນຕີ  ຫງວຽນ​ເຕີນ​ຢູງ ​ໄດ້​ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເງິນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ. ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 400 ຄົນ​ທີ່​ມາ​ຈາກ 14 ພື້ນຖານ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ ​ແລະ ​ໂລກ. ຕາງໜ້າ​ລັດຖະບານ​ຫວຽດນາມ, ທ່ານນາຍົກລັດຖະມົນຕີ  ຫງວຽນ​ເຕີນ​ຢູງ, ​ເນັ້ນ​ໜັກ​ວ່າ:

​”ໃນ​ສະຖານະ​ການ​ທີ່​ຕະຫຼາດ​ການ​ເງິນ​ສາກົນ ​ແລະ ຫວຽດນາມ​ຊ້ອນ​ແຝງ​ຄວາມ​ບໍ່​ເປັນ​ປົກກະຕິ​ຫຼາຍ​ຢ່າງ. ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ນີ້ ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ປະຕິ​ຮູບ​ລະບົບ​ການ​ເງິນຕາ​ມທິດ​ປອດ​ໄພ, ໝັ້ນຄົງ, ສ້າງ​ເງື່ອນ​ໄຂ​ເພື່ອ​ຮັກສາ​ທ່າ​ເຕີບ​ໂຕ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ລັດຖະບານ​ຫວຽດນາມ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ແມ່ນ​ເວທີ​ປາ​ໄສ ​ເພື່ອ​ແລກປ່ຽນ, ​ແບ່ງປັນ​ໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ, ບັນດາ​ບົດຮຽນຢ່າງ​ເປີດ​ເຜີຍ, ​ກົງ​ໄປ​ກົງ​ມາ ກໍ່​ຄື​ຍົກ​ອອກ​ແນວ​ຄວາມ​ຄິດ, ​ຂໍ້​ສະ​ເໜີ, ວິທີ​ການ​ແກ້​ໄຂ​ນະ​ໂຍບາຍ​ຢ່າງ​ແທດ​ຈິງ, ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຢູ່​ຫວຽດນາມ​ເວົ້າ​ສະ​ເພາະ, ກໍ່​ຄື​ຢູ່​ພາກ​ພື້ນ​, ສາກົນ​ເວົ້າ​ລວມ”.

ທ່ານນາຍົກລັດຖະມົນຕີ  ຫງວຽນ​ເຕີນ​ຢູງ ກໍ່​ແບ່ງປັນ​ບັນດາ​ຜົນງານ​ອັນໃຫຍ່ຫຼວງ ​ເຊິ່ງຫວຽດນາມ​ບັນລຸ​ໄດ້ ພາຍຫຼັງ 25 ປີ ​ແຫ່ງ​ການ​ປ່ຽນ​ໃໝ່, ຊີ້​ແຈ້ງ​ທິດ​ທາງ ​ແລະ ບັນດາ​ມາດ​ຕະການ​ແກ້​ໄຂ​ຕົ້ນ​ຕໍ່​ໃນ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ ​ເຊິ່ງຫວຽດນາມ​ພວມ​ສຸມ​ໃສ່​ປະຕິບັດ. ທ່ານນາຍົກລັດຖະມົນຕີ  ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ:

”ຈຸດ​ສຸມ​ຂອງ​ໂຄງການ​ສ້າງ​ໂຄງ​ປະກອບ​ຕະຫຼາດ​ການ​ເງິນ​ຫວຽດນາມ​ຄືນ​ໃໝ່ ​ແມ່ນ​ສ້າງ​​ໂຄງ​ປະກອບ​ລະບົບທະນາຄານ, ​ເພີ່ມ​ທະວີ​ໂຄງ​ລ່າງ​ດ້ານ​ການ​ເງິນ, ປ່ຽນ​ໃໝ່​ກົນ​ໄກ​ຮັກສາ​ດ້ານ​ການ​ເງິນ​ເປັນ​ປົກກະຕິ ​ແລະ ຕິດຕາມ​ກວດກາ​ດ້ານ​ການ​ເງິນຕາ​ມມາດຖານ​ສາກົນ ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​​ແກ່ການ​ເຕີບ​ໂຕ ​ແລະ ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ”

​ໃນ 2 ວັນ ​ແຫ່ງ​ການ​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ບັນດາ​ຫົວ​ເລື່ອງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເພີ່ມ​ທະວີ​ນະ​ໂຍບາຍ​ລະມັດລະວັງ ​ແລະ ຍົກ​ສູງ​ມາດຖານ​ຄ້ຳປະກັນ​ດ້ານ​ການ​ເງິນ; ບັນດາ​ມາດ​ຕະການ​​ເພີ່ມ​ທະວີ​ພື້ນຖານ​ດ້ານ​ການ​ເງິນ​ ​ເພື່ອ​ຈຸດໝາຍ​ຮັກສາ​ລະບົບ​ການ​ເງິນ, ຕະຫຼາດ​ການ​ເງິນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ໃຫ້​ເປັນ​ປົກກະຕິ, ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເສດຖະກິດ​ພາກ​ພື້ນ ​ແລະ ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ