ໄຂກອງປະຊຸມຄູ່ຮ່ວມມື ສັນຍາອາຊຽນກ່ຽວກັບ ການຄຸ້ມຄອງໄພພິບັດ ແລະ ຮັບມືຮີບດ່ວນ


 ໄຂກອງປະຊຸມຄູ່ຮ່ວມມື ສັນຍາອາຊຽນກ່ຽວກັບ ການຄຸ້ມຄອງໄພພິບັດ ແລະ ຮັບມືຮີບດ່ວນ - ảnh 1

(ພາບ: vov))

(vovworld)-  ກອງ​ປະຊຸມ​ຄູ່​ຮ່ວມ​ມື​ສັນຍາ​ອາ​ຊຽນກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພພິບັດ ​ແລະ ຮັບ​ມື​ຮີບ​ດ່ວນໄດ້ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 28/11 ຢູ່​ດ່າ​ນັງ ​ໂດຍ​ກະຊວງ​ກະສິກຳ ​ແລະ​ ພັດທະນາ​ຊົນນະບົດສົມທົບ​ກັບ​ຄະນະ​ເລຂາ​ອາ​ຊຽນຈັດຕັ້ງຂຶ້ນ. . ສັນຍາ​ອາ​ຊຽນກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໄພພິບັດ ​ແລະ ຮັບ​ມື​ຮີບ​ດ່ວນ ​ແມ່ນ​ຂອບຄຸ້ມຄອງ​ໄພ​ທຳ​ມະ​ຊາດ​ໃນ​ພາກ​ພື້ນ ຊື່​ງຖືກ​ຖື​ວ່າ​ແມ່ນ​ຂອບ​ເຂດ​ກົດໝາຍ​ພາກ​ພື້ນກ່ຽວ​ກັບ​ການ​ຮ່ວມ​ມື, ປະສານ​ງານ, ໜູນ​ຊ່ວຍ​ດ້ານ​ເຕັກນິກ ​ແລະ ລະດົມ​ແຫຼ່ງກຳລັງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂກອງ​ປະ​ຊຸມ, ທ່ານ​ນາງ Alicia Dela Rosa Bala ຮອງ​ເລຂາທິການ​ໃຫ່ຍອາ​ຊຽນ ຮັບຜິດຊອບ​ປະຊາ​ຄົມ​ວັດທະນະທຳ​ສັງຄົມ​ອາ​ຊຽນ ຖື​ວ່າ:

   “​ໃນ​ຖານະ​ແມ່ນ​ສະມາຊິກ​ອາ​ຊຽນ, ຫວຽດນາມ ​ໄດ້​ປະກອບສ່ວນ​ຫຼາຍ​ຄຳ​ເຫັນ, ​ໃນ​ນັ້ນມີ​ຫຼາຍ​ຂໍ້​ລິ​ເລີ່​ມທີ່​ແທດ​ຈິງ​ທີ່​ສຸດ​ຄື: ກໍ່ສ້າງ​ນະຄອນມີ​ຄວາມ​ສາມາດ​ຮັບມືກັບ​ໄພ​ທຳ​ມະ​ຊາດ​ດີ. ​ໃນຈຳນວນ 21 ​ໂຄງການຈະ​ປະກາດ, ຈະ​ໃຫ້​ບຸລິມະສິດບັນດາ​ຂົງ​ເຂດ​ຄື: ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ແກ່​ສູນ​ອາ​ຊຽນ ກ່ຽວ​ກັບ​ການ​ປະສານ​ງານ​ໜູນ​ຊ່ວຍ​ມະນຸດ​ສະ​ທຳ, ຕີ​ລາຄາ​​ໄວກ່ຽວ​ກັບ​ໄພພິບັດ, ສ້າງ​ໜ່ວຍ​ຮັບ​ມື​ໄວ​ກັບ​ໄພພິບັດ, ການ​ຊ້ອມ​ຮົບ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ“.

ຂ່າວ/ບົດ​ອື່ນ