ໄຂກອງປະຊຸມຄະນະ ບໍລິຫານງານສະຫະພັນ ໃຫ່ຍແຮງງານຫວຽດນາມ


ໄຂກອງປະຊຸມຄະນະ ບໍລິຫານງານສະຫະພັນ ໃຫ່ຍແຮງງານຫວຽດນາມ - ảnh 1

 (ພາບ: VGP/Nhật Bắc)

 (vovworld)- ຕອນ​ເຊົ້າວັນ​ທີ 6/6, ຢູ່​ຮ່າ​ໂນ້ຍ, ​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ຄັ້ງທີ 4, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ສະ​ເໜີ​ທາງສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ຕ້ອງ​ຕັ້ງໜ້າ​ພ້ອມ​ກັບລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ​ໃນ​ການ​ຜັນ​ຂະຫຍາຍ​ໜ້າ​ທີ່​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່; ພັດທະນາ​ເສດຖະກິດ​ທະ​ເລ​ແບບ​ຍືນ​ຍົງ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ກໍ່​ໄດ້ເນັ້ນໜັກ​ເຖິງ ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ລັດຖະບານ ​ແລະ ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ​ໃນ​ການ​ເອົາໃຈ​ໃສ່​ເບິ່ງ​ແຍງ​​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ:

  “ຊີ​ວິດການ​ເປັນ​ຢູ່​ຂອງກຳມະກອນ, ຜູ້​ອອກ​ແຮງ​ງານ​ຍັງ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ຫຼາຍ​ຢ່າງ. ​ເຖິງ​ວ່າ​ຫວຽດນາມປະຕິບັດວຽກ​ງານ​ໄດ້​ຫຼາຍ​ຢ່າງ​ແລ້ວ​ກໍ່ຕາມ ​ແຕ່​ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ແມ່ນ​ພັດທະນາ​ເສດຖະກິດ​ຕິດ​ພັນ​ກັບ​ຄວາມ​ກ້າວໜ້າ ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ, ​ໄປ​ພ້ອມ​ກັບ​ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ປົວແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທີ່ 1 ​ແມ່ນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ທີ 2 ​ແມ່ນ​ເຮືອນ​ຢູ່, ທີ 3 ​ແມ່ນ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ນັບ​ທັງ​ລັດຖະບານ​ເພື່ອ​ປະຕິບັດ​ການ​ປະກັນ​ໄພ​ສັງຄົມ, ປະກັນ​ສຸຂະພາບ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ, ນີ້​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ“./.

ຂ່າວ/ບົດ​ອື່ນ