ໄຂກອງປະຊຸມຄະນະການນຳສະຫະພັນສະຫະກອນສາກົນ ອາຊີ - ປາຊີຟິກ

(VOVWORLD) - ຫະພັນສະຫະກອນ ຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງ ແລະ ເປັນສະມາຊິກທີ່ຕັ້ງໜ້າຂອງ ICA – AP
ໄຂກອງປະຊຸມຄະນະການນຳສະຫະພັນສະຫະກອນສາກົນ ອາຊີ - ປາຊີຟິກ - ảnh 1ທີ່ກອງປະຊຸມ
(ພາບ: ສະຫະພັນສະຫະກອນ)

        ວັນທີ 29 ກໍລະກົດ, ຢູ່ ຮ່າໂນ້ຍ, ສະຫະພັນສະຫະກອນສາກົນພາກພື້ນ ອາຊີ - ປາຊີຟິກ (ICA - AP) ສົມທົບກັບຄະນະກຳມະການແມ່ຍິງ ICA – AP ແລະ ສະຫະພັນສະຫະກອນ ຫວຽດນາມ ຈັດກອງປະຊຸມຄະນະການນຳສະຫະພັນສະຫະກອນສາກົນ ອາຊີ - ປາຊີຟິກ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ ກາວຊວັນທູເວີນ, ປະທານສະຫະພັນສະຫະກອນ ຫວຽດນາມ ຢືນຢັນວ່າ, ຫະພັນສະຫະກອນ ຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງ ແລະ ເປັນສະມາຊິກທີ່ຕັ້ງໜ້າຂອງ ICA – AP, ພ້ອມກັບບັນດາປະເທດສະມາຊິກເຂົ້າຮ່ວມຢ່າງຄົບຖ້ວນ ແລະ ຕັ້ງໜ້າສຳລັບບັນດາການເຄື່ອນໄຫວຂອງ ICA – AP ໃນອະນາຄົດ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ, ກໍຄືທີ່ຕັ້ງຂອງ ICA – AP. ພ້ອມກັນນັ້ນ, ສະຫະພັນສະຫະກອນ ຫວຽດນາມ ກໍ່ຈະຊຸກຍູ້ການແບ່ງປັນບົດຮຽນ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສະຫະກອນບັນດາປະເທດ, ປະກອບສ່ວນເຂົ້າໃນການພັດທະນາຂອງຂະບວນການສະຫະກອນໃນພາກພື້ນ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ