ໄຂກອງປະຊຸມຄະນະກຳມະການ ແມ່ຍິງອາຊຽນ+3 ຢູ່ລາວ

ໄຂກອງປະຊຸມຄະນະກຳມະການ ແມ່ຍິງອາຊຽນ+3 ຢູ່ລາວ - ảnh 1

ບັນດາ​ຜູ້​ແທນ​ເຂົ້ານຮ່ວມ​ກອງ​ປະຊຸມ

(ພາບ:vietnam.vnanet.vn)

(TTXVN)- “​ເພີ່ມ​ທະວີ​ແງ່​ຫວັງທາງ​ເພດ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຂອງ​ແມ່ຍິງ​ອາ​ຊຽນ​ເພື່ອ​ສະພາບ​ແວດ​ລ້ອມທີ່ໝັ້ນຄົງ“ ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມຜູ້ນຳ​ສະຫະພັນ​ແມ່ຍິງ​ອາ​ຊຽນ ຄັ້ງປະຖົມມະ​ເລີກ (AMMW 1) ຊື່​ງ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 19/10 ຢູ່​ນະຄອນຫຼວງ​ວຽງ​ຈັນ. ກ່ອນ​ໜ້ານັ້ນ​ໄດ້​ຈັດ​ພິທີ​ໄຂ​ກອງ​ປະຊຸມ​ຄັ້ງທີ 4 ຄະນະ​ກຳມະການ​ແມ່​ຍິງ​ອາ​ຊຽນ+3 (ACW+3). ນະ​ທີ່​ນີ້, ທ່ານ​ນາງ ສີ​​ໃສ ລື​ເດດ​ມູນ​ສອນ, ປະທານ​ສະຫະພັນ​ແມ່ຍິງ​ລາວ ຖື​ວ່າ: ກອງ​ປະຊຸມ ACW+3 ຄັ້ງທີ 4 ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດ​າຜູ້​ແທນ​ແບງປັນທັດສະນະ, ບົດຮຽນ​ການ​ປະຕິບັດ​ບັນດາໂຄງການ, ລາຍການ; ກໍ່​ຄື​ເພີ່ມ​ທະວີ​ບັນດາ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ ​ແລະ 3 ປະ​ເທດ​ຄູ່​ຮ່ວມ​ມື​ຄື: ຈີນ, ສ​ເກົາຫຼີ, ຍີ່ປຸ່ນ ​ໃນ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ເພດຍິງ. ທີ່​ກອງ​ປະຊຸມ ACW+3 ຄັ້ງນີ້, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື​ອ່ນ​ໄຫວ​ກ່ຽວຂ້ອງ​ເຖິງ​ແມ່ຍິງ​ຢູ່​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ​ແຜນການ​ດຳ​ເນີນ​ງານ​ຂອງ ACW ​ໃນ​ໄລຍະ 2011-2015, ພິ​ເສດ​ແມ່ນ​ການຮັດ​ແຄບ​ຄວາມ​ພິດ​ໂຕນ​ກ່ຽວ​ກັບກາ​ນຂາດ​ຄວາມ​ສະພາບ​ເໝີພາບ​ລະຫວ່າງ​ຍິງ-​ຊາຍ, ຊຸກຍູ້​ບົດບາດ​ຂອງ​ແມ່ຍິງ​ໃນ​ວົງ​ການ​ການ​ນຳ ​ແລະ ບັນດາ​ບັນຫາ​ອື່ນ​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ຂອງ​ແມ່ຍິງ.

ຂ່າວ/ບົດ​ອື່ນ