ໄຂກອງປະຊຸມຄະນະກຳມະການແມ່ນ້ຳຂອງສາກົນຄັ້ງທີ 19

ໄຂກອງປະຊຸມຄະນະກຳມະການແມ່ນ້ຳຂອງສາກົນຄັ້ງທີ 19 - ảnh 1
(ພາບປະກອບ)
(vovworld) -     ຕອນ​ເຊົ້າ​ວັນ​ທີ 16/01, ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີຄະນະ​ກຳມະການ​ແມ່​ນ້ຳຂອງ​ສາກົນ​ຄັ້ງ​ທີ 19 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ຢູ່​ລາວ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ແມ່​ນ້ຳຂອງ ​ເຊິ່ງລວມມີ; ລາວ, ມ້ຽນ​ມາ, ຈີນ, ​ໄທ, ກຳປູ​ເຈຍ, ຫວຽດນາມ ​ພ້ອມ​ກັບ​ຜູ້ຕາງໜ້າ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ສາກົນ. ຄະນະ​ຜູ້​ແທນ​ຫວຽດນາມ, ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິງກວາງ ນຳ​ໜ້າ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ. ​ໃນ​ເວລາ 2 ວັນ​ທີ່​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​​ໄດ້​ຕີ​ລາຄາ​ຄືນ​ໝາກຜົນ​​ແຫ່ງ​ການ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຄະນະ​ກຳມະການ​ແມ່​ນ້ຳຂອງ, ​ໃນ​ນັ້ນ​ມີ​ເລື່ອງ​ປະຕິບັດ​ຖະ​ແຫຼ​ງການ​ລວມ​ກອງ​ປະຊຸມ​ຂັ້ນ​ສູງຫົວຫີນ. ຄຽງຂ້າງ​ນັ້ນ, ກອງ​ປະຊຸມ​ຍັງ​ສຸມ​ໃສ່​ຊອກ​ຫາ​ມາດ​ຕະການ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ ​ແລະ ຂຸດ​ຄົ້ນ​ແຫຼ່ງສັດ, ພື​ດ ​ແລະ ສິ່ງ​ແວດ​ລ້ອມ​ແມ່​ນ້ຳຂອງ ຢ່າງ​ເໝາະ​ສົມ. ກອງ​ປະຊຸມ​ຄັ້ງ​ນີ້​ກໍ​ຈະ​ພິຈາລະ​ນາ​, ຜັນ​ຂະຫຍາຍ​ແຜນການ​ສ້າງ​ຕັ້ງ​ສູນ​ປະສານ​ງານ​ກຳລັງ​ໄຟຟ້າ​​ໃນພາກ​ພື້ນ, ​ເປີດ​ກວ້າງ​ລາຍການ​ໜູນ​ຊ່ວຍ​ກະສິກຳ ​ແລະ ສ້າງ​ຕັ້ງ​ສະຫະ​ສະມາຄົມ​ທາງ​ລົດ​ໄຟ​ແມ່​ຂອງ​ເປີດ​ກວ້າງ.
ຂ່າວ/ບົດ​ອື່ນ