ໄຂກອງປະຊຸມທົ່ວປະເທດຜັນຂະຫຍາຍປະຕິບັດກົດໝາຍ, ມະຕິ

(VOVWORLD) - ກອງປະຊຸມເພື່ອແນໃສ່ປະຕິບັດບັນດາຄວາມຮຽກຮ້ອງ “ຜູກມັດລະຫວ່າງການສ້າງກົດໝາຍກັບການປະຕິບັດກົດໝາຍຢ່າງແໜ້ນແຟ້ນ, ຮັບປະກັນການປະຕິບັດກົດໝາຍຢ່າງຍຸຕິທຳ, ເຂັ້ມງວດ, ສະເໝີຕົ້ນສະເໝີປາຍ, ທັນການ, ບັນລຸປະສິດທິພາບ ແລະ ປະສິດທິຜົນ”
ໄຂກອງປະຊຸມທົ່ວປະເທດຜັນຂະຫຍາຍປະຕິບັດກົດໝາຍ, ມະຕິ - ảnh 1ພິທີໄຂກອງປະຊຸມ
(ພາບ: ຢຸຍລິງ)

            ວັນທີ 6 ກັນຍາ, ຢູ່ຫ້ອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມທົ່ວປະເທດຄັ້ງທີ 1 ຜັນຂະຫຍາຍປະຕິບັດກົດໝາຍ, ມະຕິຂອງສະພາແຫ່ງຊາດຊຸດທີ XV. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ເປັນປະທານກອງປະຊຸມ.

            ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ເນັ້ນໜັກວ່າ, ກອງປະຊຸມເພື່ອແນໃສ່ປະຕິບັດບັນດາຄວາມຮຽກຮ້ອງ “ຜູກມັດລະຫວ່າງການສ້າງກົດໝາຍກັບການປະຕິບັດກົດໝາຍຢ່າງແໜ້ນແຟ້ນ, ຮັບປະກັນການປະຕິບັດກົດໝາຍຢ່າງຍຸຕິທຳ, ເຂັ້ມງວດ, ສະເໝີຕົ້ນສະເໝີປາຍ, ທັນການ, ບັນລຸປະສິດທິພາບ ແລະ ປະສິດທິຜົນ”, ຜ່ານນັ້ນ, ມຸ່ງໄປເຖິງເປົ້າໝາຍນຳເອົາບັນດາກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມຄັ້ງທີ 5 ເຂົ້າສູ່ຊີວິດຕົວຈິງໂດຍໄວ ແລະ ເສີມຂະຫຍາຍປະສິດທິຜົນ. ສະນັ້ນ, ກອງປະຊຸມໄດ້ຕີລາຄາ ກ່ຽວກັບວຽກງານຜັນຂະຫຍາຍປະຕິບັດສຳລັບກົດໝາຍ, ມະຕິ 52 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ