ໄຂກອງປະຊຸມທົ່ວໂລກບັນດາປະທານສະພາແຫ່ງຊາດຄັ້ງທີ4

ໄຂກອງປະຊຸມທົ່ວໂລກບັນດາປະທານສະພາແຫ່ງຊາດຄັ້ງທີ4 - ảnh 1
(ໄຂກອງປະຊຸມທົ່ວໂລກບັນດາປະທານສະພາແຫ່ງຊາດຄັ້ງທີ 4)

(vovworld) – ກອງ​ປະຊຸມ​ທົ່ວ​ໂລກ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ຄັ້ງ​ທີ 4, ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 01/09 (ຕາມ​ເວລາ​ຫວຽດນາມ), ຢູ່​ສຳນັກງານ​ສະຫະປະຊາ​ຊາດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 140 ​ຄະນະ​ສະມາຊິກ​ລັດຖະສະພາ​ຂັ້ນ​ສູງ ທີ່​ມາ​ຈາກບັນດາ​ປະ​ເທດ​ໃນ​​ໂລກ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽນ​ຊິງ​ຮຸ່ງ ​ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​, ທ່ານ​ປະທານ​ສະຫະພັນ​ລັດ​ຖະສະພາ​ສາກົນ (IPU) Saber Chowdhury ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ ຄັ້ງ​ນີ້​ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານ​ະພະຍາຍາມ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ​ເລິກ​ເຊິ່ງຂອງ​ລັດຖະສະພາ​ບັນດາ​ປະ​ເທດ​ໃນ​ໂລກ ​ເຂົ້າ​ໃນ​​ການວາງ​ແຜນກຳນົດ ​ແລະ ສ້າງ​ໂຄງການ​ດຳ​ເນີນ​ງານ​ພາຍຫຼັງ​ປີ 2015 ຂອງ​ສະຫະ​ປະຊາ​ຊາດ. ທ່ານ Saber Chowdhury ປາດ​ຖະໜາ​ວ່າ, IPU ​ແລະ ສະຫະ​ປະຊາ​ຊາດຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​​​ໂດຍ​ໄວ​ ເພື່ອມຸ່ງ​ໄປ​ເຖິງ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ຢ່າງ​ເລິກ​ເຊິ​່ງ, ກວ້າງ​ຂວາງ​ກວ່າ​ອີກ ດ້​ວຍບັນດາ​ຄາດໝາຍ​​ເອົາ​ໃຈ​ໃສ່​ເຖິງ​ມະ​ນຸດ, ບັນຫາ​ປ້​ອງກັນ​ຄວາມ​ສະຫງົບ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

        ທີ່​ວາລະ​ປະຊຸມ​ຄົບ​ຄະນະ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ.

ຂ່າວ/ບົດ​ອື່ນ