ໄຂກອງປະຊຸມທົ່ວໂລກລະບົບທັນຍາຫານ, ອາຫານ ແບບຍືນຍົງ

(VOVWORLD) - ກອງປະຊຸມມີຫົວຂໍ້ວ່າ “ຫັນປ່ຽນລະບົບທັນຍາຫານ, ອາຫານໃຫ້ໝັ້ນຄົງ, ເຂັ້ມແຂງ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໃນສະພາບວິກິດການໃໝ່”
ໄຂກອງປະຊຸມທົ່ວໂລກລະບົບທັນຍາຫານ, ອາຫານ ແບບຍືນຍົງ - ảnh 1ພາບປະກອບ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດສົມທົບກັບຄະນະເລຂາໂຄງການທັນຍາຫານ, ອາຫານແບບຍືນຍົງຂອງ ສປຊ ໄດ້ໄຂ “ກອງປະຊຸມທົ່ວໂລກຄັ້ງທີ 4: ລະບົບທັນຍາຫານ, ອາຫານ - ເຄືອຂ່າຍຈັກກະວານດຽວ”.

        ໂດຍຈະຈັດຂຶ້ນໃນເວລາ 3 ມື້, ແຕ່ວັນທີ 24 – 27 ເມສາ, ກອງປະຊຸມມີຫົວຂໍ້ວ່າ “ຫັນປ່ຽນລະບົບທັນຍາຫານ, ອາຫານໃຫ້ໝັ້ນຄົງ, ເຂັ້ມແຂງ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໃນສະພາບວິກິດການໃໝ່”. ບັນຫາຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງ ຫວຽດນາມ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານໃນໂລກໂດຍໄດ້ບັນດາຜູ້ແທນສຸມໃສ່ປືກສາຫາລືທີ່ກອງປະຊຸມ.

        ດ້ວຍ 9 ວາລະປະຊຸມເປັນທາງການ ແລະ 10 ວາລະປະຊຸມດ້ານເຕັກນິກທີ່ກ່ຽວຂ້ອງ, ກອງປະຊຸມຈະພິຈາລະນາບັນດາຮົ້ວກີດຂວາງ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ກ່ຽວຂ້ອງເຖິງການຫັນປ່ຽນລະບົບທັນຍາຫານ, ອາຫານ ແລະ ສະເໜີບັນດາມາດຕະການແກ້ໄຂ.

ໄຂກອງປະຊຸມທົ່ວໂລກລະບົບທັນຍາຫານ, ອາຫານ ແບບຍືນຍົງ - ảnh 2ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໃຫ້ຮູ້ວ່າ: ຫວຽດນາມ ກຽມພ້ອມຮ່ວມແຮງຮ່ວມໃຈກັບບັນດາປະເທດໃນການຫັນປ່ຽນລະບົບທັນຍາຫານ, ອາຫານ ແບບຍືນຍົງ ເພື່ອປະກອບສ່ວນປົກປັກຮັກສາຈັກກະວານ, ທ່ານກ່າວວ່າ:

        “ວັນທີ 28 ມີນາ 2023, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ແຜນການກະທຳແຫ່ງຊາດ ກ່ຽວກັບການຫັນປ່ຽນລະບົບທັນຍາຫານ, ອາຫານ, ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຍືນຍົງ ຫວຽດນາມ ຮອດປີ 2030 ເພື່ອປະຕິບັດເປົ້າໝາຍທີ່ໄດ້ຢັ້ງຢືນທີ່ກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບລະບົບທັນຍາຫານ, ອາຫານປີ 2021. ຫວຽດນາມ ຢັ້ງຢືນກຽມພ້ອມທີ່ຈະແບ່ງປັນບົດຮຽນ ແລະ ຮ່ວມມືກັບບັນດາປະເທດໃນການພັດທະນາກະສິກຳ, ຊົນນະບົດ”.

        ພາຍຫຼັງພິທີໄຂ, ກອງປະຊຸມໄດ້ດຳເນີນ 4 ກອງປະຊຸມທາງການ ແລະ ບັນດາກອງປະຊຸມຢູ່ນອກຮອບໂດຍສຸມໃສ່ 4 ມາດຕະການຫັນປ່ຽນລະບົບທັນຍາຫານ, ອາຫານແບບຍືນຍົງ.

        ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີດ້ວຍຜູ້ແທນເຂົ້າຮ່ວມປະມານ 300 ຄົນ ທີ່ຕາງໜ້າໃຫ້ບັນດາປະເທດ ແລະ ອົງການສາກົນ. ລະບົບທັນຍາຫານ, ອາຫານແບບຍືນຍົງ, ເຄືອຂ່າຍຈັກກະວານດຽວ ປະຈຸບັນມີກ່ວາ 100 ປະເທດເຂົ້າຮ່ວມ, ໃນນັ້ນມີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ