ໄຂກອງປະຊຸມທົ່ວໄລກຄັ້ງທີ 2 ກ່ຽວກັບໝັ້ນຄົງດ້ານສະບຽງອາຫານ

ໄຂກອງປະຊຸມທົ່ວໄລກຄັ້ງທີ 2 ກ່ຽວກັບໝັ້ນຄົງດ້ານສະບຽງອາຫານ  - ảnh 1
ທີ່ກອງ​ປະຊຸມ​
(ພາບ: cpv.org.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 3/9, ຢູ່​ຮ່າ​ໂນ້ຍ, ມີ​ຜູ້​ແທນ​ທັງ​ຢູ່ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ ກວ່າ 50 ທ່ານ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທົ່ວ​ໄລ​ກຄັ້ງ​ທີ 2 ກ່ຽວ​ກັບ​ກະສິກຳ, ຄວາມ​ໝັ້ນ​ຄົງດ້ານ​ສະບຽງ​ອາຫານ ​ແລະ ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ. ​ໂດຍ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ​ຫວຽດນາມ ສົ​ມທົບ​ກັບ​ລັດຖະບານ​ໂຮມ​ລັງ ຈັດ​ຕັ້ງຂຶ້ນ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ອົງການ​ອາຫານ ​ແລະ ກະ​ເສດ​ສະຫະ​ປະຊາ​ຊາດ​ ​ແລະ ທະນາຄານ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ກຳ​ສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ Cao Duc Phat ຊີ້​ແຈ້ງວ່າ, ກະສິກຳ​ໃນ​ປະຈຸ​ບັນ ​ໄດ້​ປະ​ກອບ​ສ່ວນ​ສຳຄັນ​ໃນ​ຊີວິດ​ສັງຄົມ​ຂອງ​ບັນດາ​ປະ​ເທດ, ການ​ເຕີບ​ໂຕ​ດ້ານ​ກະສິກຳ​ຢ່າງ​ໝັ້ນຄົງ ບໍ່​ພຽງ​ແຕ່​ຮັບປະກັນການ​ສະໜອງ​ສະບຽງອາຫານ​ຢ່າງ​ພຽງພໍ​ໃຫ້​ແກ່​ພົນລະ​ເມືອງ​ປະຈຸ​ບັນ ​ທີ່​ພວມ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ, ຫາກ​ຍັງ​ປະກອບສ່ວນ​ຍົກ​ສູງ ​ແລະ ປົວ​ແປງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ອີກ​ດ້ວຍ. ບັນດາ​ການ​ການ​ເຄື່ອນ​ໄຫວ​​ບຸລິມະສິດ​ຖືກ​ເນັ້ນ​ໜັກ​ທີ່​ກອງ​ປະຊຸມ ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ກຳນົດ​ບັນດາ​ແຫຼ່ງການ​ເງິນ​ໃໝ່, ​ເປີດ​ກວ້າງ​ການ​ຄົ້ນ​ຄວ້າ ​ແລະ ມອບ​ໂອນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ເພີ່ມ​ທະວີ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ຜ່ານ​ກົນ​ໄກ​ຄູ່​ຮ່ວມ​ມື​ຂອງ​ລັດ ​ແລະ ​ເອກະ​ຊົນ… ລັດຖະມົນຕີ Cao Duc Phat ຊີ້​ແຈ້ງວ່າ.

“​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍທົ່ວ​ໂລກ, ສົ່ງ​ເສີມ​ພາກ​ເອກະ​ຊົນ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ. ພ້ອມ​ກັນ​ນັ້ນ ​ເສີມ​ຂະຫຍາຍ​ບັນດາ​ແຫຼ່ງກຳລັງ ​ເພື່ອ​ລົງທຶນ​ຄົ້ນຄວ້າ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ​ແລະ ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດທະນາ​ພື້ນຖານ​ກະສິກຳ​ທີ່​ໃກ້ຊິດ​ກັບ​ສິ່ງ​ແວດ​ລ້ອມ. ຂ້າພະ​ເຈົ້າ​ເຊື້ອ​ໝັ້ນ​ວ່າ, ດ້ວຍ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ລັກສະນະ​ທົ່ວ​ໂລກ​ລະຫວ່າງ​ບັນດາ​ປະ​ເທດ ​ແລະ ການ​ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ສາກົນ, ຄວາ​ມມານະ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດຈະ​ນຳ​ມາ​ເຊິ່ງຄວາມ​ສຳ​ເລັດ​ຜົນ​ທີ່​ໃຫຍ່​ຫູ​ວງ ​ແລະ ພວກ​ເຮົາ​ຈະ​ສາມາດຜ່ານ​ຜ່າ​ໄດ້​ບັນດາ​ສິ່ງ​ທ້າທາຍ​ທົ່ວ​ໂລກ​ກ່ຽວກັບຄວາມ​ໝັ້ນຄົງດ້ານ​ສະບຽງ​ອາຫານ”.

ຂ່າວ/ບົດ​ອື່ນ