ໄຂກອງປະຊຸມທາງອອນລາຍ AEM-52

(VOVWORLD) -ກອງປະຊຸມບັນດາລັດຖະມົນຕີເສດຖະກິດອາຊຽນ ທາງອອນລາຍ ຄັ້ງທີ 52 (AEM-52) ແລະ ບັນດາການເຈລະຈາ, ປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດຂອງອາຊຽນ ກັບບັນດາຄູ່ຮ່ວມມືຢູ່ນອກກຸ່ມ, ຖືກດຳເນີນໃນລະຫວ່າງວັນທີ 25 - 29 ສິງຫາ, ຢູ່ຮ່າໂນ້ຍ.

ໄຂກອງປະຊຸມທາງອອນລາຍ AEM-52 - ảnh 1 (ກອງປະຊຸມ AEM-52)

ທີ່ກອງປະຊຸມ AEM-52 ຖືກດຳເນີນໃນຕອນເຊົ້າວັນທີ 25 ສິງຫາ, ບັນດາລັດຖະມົນຕີໄດ້ພິຈາລະນາ, ປຶກສາຫາລື ແລະ ຮັບຮອງເອົາເອກະສານຕົ້ນຕໍບາງສະບັບໂດຍກອງປະຊຸມອາວຸໂສເສດຖະກິດອາຊຽນ (SEOM) ຍື່ນສະເໜີ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕ໊ວນແອັງ, ໃຫ້ຮູ້ວ່າ.

        “ບັນດາປະເທດມີຄວາມເຫັນດີເປັນເອກະພາບສູງຕໍ່ບັນດາຂໍ້ລິເລີ່ມ ແລະ ບັນດາເນື້ອໃນເຊິ່ງຫວຽດນາມ ພ້ອມກັນຍົກອອກມາ. ຂ້າພະເຈົ້າຍົກຕົວຢ່າງຄື: ບັນດາມາດຕະການຂອງພວກເຮົາໃນການເພີ່ມທະວີລັກສະນະເຊື່ອມຕໍ່ ພິເສດແມ່ນລະຫວ່າງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຜ່ານບັນດາໂຄງການໜູນຊ່ວຍພາກລັດ; ການເພີ່ມທະວີການຫັນເປັນດີຈີຕອນກວ່າອີກ ໂດຍອີງໃສ່ພື້ນຖານເພີ່ມທະວີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສ້າງລັດຖະບານເອເລັກໂຕນິກ ກໍຄືມຸ່ງໄປເຖິງເປົ້າໝາຍເສດຖະກິດດີຈີຕອນ…”

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ - ສະພາເຂດການຄ້າເສລີອາຊຽນ (AFTA) ຄັ້ງທີ 34, ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ຢືນຢັນວ່າ: ດ້ວຍສິ່ງທ້າທາຍຫຼາຍຢ່າງໃນຕໍ່ໜ້າ ໄດ້ຮຽກຮ້ອງໃຫ້ອາຊຽນ ຕ້ອງມີຍຸດທະສາດໃຫ້ເໝາະສົມເພື່ອຍົກສູງກຳລັງຄວາມສາມາດໃນການຜະລິດ, ຮັດແຄບຊ່ອງຫວ່າງລະຫວ່າງບັນດາປະເທດສະມາຊິກ, ຈາກນັ້ນກ້າວໄປເຖິງຕະຫຼາດລວມໃຫ້ແກ່ທັງກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ