ໄຂ​ກອ​ງ​ປະ​ຊຸມທາງ​ອອນ​ລາຍ​ລັດ​ຖະ​ມົນ​ຕີ​ OPEC+

(VOVWORLD) -OPEC+ ຄາດວ່າ ຈະຊັ່ງຊາເພີ່ມແຕ່ 500.000 - 2 ລ້ານຖັງ/ວັນ, ແຕ່ວົງການນັກໄຈ້ແຍກໃຫ້ຮູ້ວ່າ ມີເປັນໄປໄດ້ວ່າ OPEC+ ຈະບໍ່ເພີ່ມປະລິມານຂຶ້ນ.
ໄຂ​ກອ​ງ​ປະ​ຊຸມທາງ​ອອນ​ລາຍ​ລັດ​ຖະ​ມົນ​ຕີ​ OPEC+ - ảnh 1ຮາກຖານຂຸດຄົ້ນນ້ຳມັນແຫ່ງໜຶ່ງຢູ່ ເທດສະບານ al-Buraqah, ລີບີ (ພາບ: AFP/TTXVN)

ວັນທີ 1 ກໍລະກົດ, ບັນດາປະເທດສະມາຊິກ ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ໄຂກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີ ເພື່ອແນໃສ່ປຶກສາຫາລືກ່ຽວກັບນະໂຍບາຍນ້ຳມັນ.

        ບັນດາແຫຼ່ງຂ່າວໃຫ້ຮູ້ວ່າ OPEC+ ຈະຕັດສິນນະໂຍບາຍກ່ຽວກັບນ້ຳມັນ ເລີ່ມແຕ່ເດືອນສິງຫາ ແລະ ອາດສາມາດພິຈາລະນາ ການຕໍ່ກຳນົດເວລາຂໍ້ຕົກລົງກ່ຽວກັບການຈຳກັດແຫຼ່ງສະໜອງຈົນຮອດເດືອນ ເມສາ 2022. ຕາມແຫຼ່ງຂ່າວໜຶ່ງໃຫ້ຮູ້ວ່າ ເລື່ອງເປັນເຈົ້າການໃນການຄວບຄຸມແຫຼ່ງສະໜອງນ້ຳມັນ ອາດຈະແກ່ຍາວຮອດທ້າຍປີ 2022.

OPEC+ ຄາດວ່າ ຈະຊັ່ງຊາເພີ່ມແຕ່ 500.000 - 2 ລ້ານຖັງ/ວັນ, ແຕ່ວົງການນັກໄຈ້ແຍກໃຫ້ຮູ້ວ່າ ມີເປັນໄປໄດ້ວ່າ OPEC+ ຈະບໍ່ເພີ່ມປະລິມານຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ