ໄຂກອງປະຊຸມທາບທາມຄຳເຫັນຂັ້ນລັດຖະມົນຕີກ່ຽວກັບການເຈລະຈາAbuDhabiຄັ້ງທີ4

ໄຂກອງປະຊຸມທາບທາມຄຳເຫັນຂັ້ນລັດຖະມົນຕີກ່ຽວກັບການເຈລະຈາAbuDhabiຄັ້ງທີ4 - ảnh 1
ກອງ​ປະ​ຊຸມ​ທາບ​ທາ​ມ​ຄຳ​ເຫັນ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ເຈ​ລະ​ຈາ Abu Dhabi ຄັ້ງ​ທີ 3
ພາບ:abudhabidialogue.org



(vovworld)- ວັນ​ທີ 23/1, ກອງ​ປະ​ຊຸມ​ທາບ​ທາ​ມ​ຄຳ​ເຫັນ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ເຈ​ລະ​ຈາ Abu Dhabi ຄັ້ງ​ທີ 4 (ADD -4 ) ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ Colombo ປະ​ເທດ ສີ​ລັງ​ກາ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດ​ຖະ​ມົນ​ຕີແຮງ​ງານ ມາ​ຈາກ 17 ປະ​ເທດ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ADD. ໃນ​ການ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ​ຊື່ງ​ດຳ​ເນີນ​ໃນ​ເວ​ລາ 2 ວັນ, ກອງ​ປະ​ຊຸມ​ຈະ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ​ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ຂ້ອງ​ເຖິງ​ການ​ຮັບ​ສະ​ໝັກ​ຄົນ​ງານ​ກໍ​ຄື​ພິ​ຈາ​ລະ​ນາ​ເລືອກ​ເຟັ້ນ​ບັນ​ດາ​ຮູບ​ແບບ​ຮັບ​ສະ​ໝັ​ກ​ຄົນ​ງານ​ປ່ຽນ​ແທນ. ພາຍ​ຫລັງ​ກອງ​ປະ​ຊຸມ​ທາບ​ທ່າມ​ຄຳ​ເຫັນ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ເຈ​ລະ​ຈາ ADD ຄັ້ງ​ທີ 3 ຢູ່ Dubai ເມື່ອ​ປີ 2016, ສິີລັງ​ກາ ໄດ້​ຮັບ​ດຳ​ລົງ​ຕຳ​ແຫນ່ງ​ເປັນ​ປະ​ທານ​ຂອງ​ ADD 4 ຊື່ງ​ລວມ​ມີ: 17 ສະ​ມາ​ຊິກ​ຄື: ອາບ​ກາ​ນິ​ສະ​ຖານ, ບາ​ເຣນ, ບັງ​ກະ​ລາ​ເທດ, ຈີນ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ຄູ​ເວດ, ເນ​ປານ, ໂອ​ມານ, ປາ​ກິ​ສະ​ຖານ, ຟິ​ລີບ​ປີນ, ກາ​ຕາ, ອາ​ຣ​ັບ​ບີ ຊາ​ອຸ​ດີ, ສີ​ລັງ​ກາ, ໄທ, ຢູ​ໄນ​ເຕັດ ອາ​ຣັບ​ເອ​ມີ​ເລດ ແລະ ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ