ໄຂກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25

(VOVWORLD) -ຕອນເຊົ້າວັນທີ 11 ພະຈິກ, ຢູ່ ນະຄອນ ດາຫນັງ ໄດ້ດຳເນີນກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25, ເຫດການສຳຄັນທີ່ສຸດໃນຂອບເຂດສັບປະດາຂັ້ນສູງ . 
ໄຂກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25 - ảnh 1 ບັນດາຫົວຫນ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ APEC 

ເຂົ້າຮ່ວມກອງປະຊຸມມີ ຫົວຫນ້າຄະນະຜູ້ແທນ, ການນຳຂັ້ນສູງບັນດາພື້ນຖານເສດຖະກິດ APEC ລວມມີ: ກະສັດ ບຣູໄນ Hassanal Bolkiah, ທ່ານນາງ ປະທານາທິບໍດີ ຈີເລ Michelle Bachelet,  ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີ ການາດາ Jusin Trudeau, ທ່ານນາງ ຫລີນເຈິງເຍວເອືອ, ຫົວຫນ້າເຂດປົກຄອງພິເສດ ຮົ່ງກົງ ປະເທດຈີນ,  ນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern, ທ່ານປະທານາທິບໍດີ ຟີລີບປີນ Rodrigo Duterte, ປະທານາທິບໍດີ ອິນໂດເນເຊຍ Joko Windodo,  ນາຍົກລັດຖະມົນຕີ ມາເລເຊຍ Najib Razak, ປະທານາທິບໍດີ ເປຣູ Pedro Pablo Kuczynsi, ນາຍົກລັດຖະມົນຕີ ປາປົວກີນີ Peter Oneill, ນາຍົກລັດຖະມົນຕີ ສິງກະໂປ ຫລີຊຽນຫລົງ, ປະທານາທິບໍດີ ເມຊີໂກ Enrique Pena Nieto , ປະທານາທິບໍດີ ລັດເຊຍ Vladimiar Putin, ປະທານາທິບໍດີ ສເກົາຫລີ Moon Jae in , ທ່ານ ຊຸງຈູຢູຍ ຫົວຫນ້າຄະນະຜູ້ແທນ Taipei ປະເທດຈີນ, ປະທານາທິບໍດີ ອາເມລິກາ Donald Trump , ນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull, ປະທານປະເທດເຈົ້າພາບ APEC 2017 ທ່ານ ເຈີນດ້າຍກວາງ ແລະ ແຂກຖືກເຊີນຂອງກອງປະຊຸມ ທ່ານນາງ Christine Lagarde ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF).

ພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ແລະ ບັນດາຫົວຫນ້າຄະນະຜູ້ແທນ, ການນຳຂັ້ນສູງບັນດາພື້ນຖານເສດຖະກິດ APEC ໄດ້ດຳເນີນບັນດາວາລະປະຊຸມລັບ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານປະເທດເຈີນດ້າຍກວາງ ເນັ້ນຫນັກວ່າ: ນັບແຕ່ເມື່ອກອງປະຊຸມ APEC ຈັດຂຶ້ນເປັນຄັ້ງທຳອິດຢູ່ Seattle ສະຫະລັດ ອາເມລິກາ ໃນເດືອນພະຈິກປີ 1993 ດ້ວຍການກຳນົດທິດຍຸດທະສາດ ແມ່ນຖືການຮ່ວມມືດ້ານເສດຖະກິດເປັນພື້ນຖານ, ລົບລ້າງບັນດາຮົ້ວກີດຂວາງສຳລັບດ້ານການຄ້າ ແລະ ການລົງທຶນເປັນຈຸດສຸມ, APEC ໄດ້ພິສູດໃຫ້ເຫັນລັກສະນະຂະຫຍັນຂັນເຄື່ອນ, ຄວາມສາມາດຮັບມື ແລະ ຫັນປ່ຽນເພື່ອກາຍເປັນເວທີປາໄສເສດຖະກິດແຖວຫນ້າຂອງພາກພື້ນ, ແມ່ນກຳລັງຫນູນຂອງການເຕີບໂຕ ແລະ ການຮ່ວມສຳພັນດ້ານເສດຖະກິດ, ສະແດງໃຫ້ເຫັນບົດບາດນຳພາໃນການແກ້ໄຂບັນດາສິ່ງທ້າທາຍຢ່າງຮີບດ່ວນໃນທົ່ວໂລກ. ບັນດາເປົ້າໝາຍ Bogor ໄດ້ກາຍເປັນການກຳນົດທິດຍາວນານໃຫ້ແກ່ການເຄື່ອນໄຫວຂອງ APEC, ເປີດຮ້ອຍໆຂົງເຂດຮ່ວມມືລະອຽດ, ໃນນັ້ນ ມີບັນດາບັນຫາດ້ານການຄ້າ, ການລົງທຶນລຸ້ນໃຫມ່, ໄດ້ ແລະ ພວມຕອບສະຫນອງບັນດາຄວາມຕ້ອງການໃຫມ່ທີ່ວາງອອກໃນສັງກາດດີຈີຕອນຢ່າງທັນການ.

ຕາມທ່ານປະທານປະເທດ ເຈີນດ້າຍກວາງ ແລ້ວ, ພາຍຫລັງ 10 ປີນັບແຕ່ວິກິດການເສດຖະກິດການເງິນທົ່ວໂລກ, ເສດຖະກິດໂລກ ພວມຢູ່ໃນທ່າຟື້ນຕົວ ແລະ ສືບຕໍ່ດັດປັບກ່ອນການຫັນປ່ຽນຢ່າງເລິກເຊິ່ງ.

“ການປະຕິວັດອຸດສາຫະກຳຄັ້ງທີ 4 ໄດ້ນຳມາເຊິ່ງຫລາຍກາລະໂອກາດໃຫຍ່ຊື່ງບໍ່ເຄີຍມີໃຫ້ແກ່ການພັດທະນາ ແລະ ການປ່ຽນໃຫມ່. ບັນດາຂໍ້ຕົກລົງທົ່ວໂລກ, ເປັນຕົ້ນແມ່ນໂຄງການດຳເນີນງານການພັດທະນາແບບຍືນຍົງຮອດປີ 2030 ມີຄວາມໝາຍປະຫວັດສາດ, ກຳນົດທິດຍາວນານໃຫ້ແກ່ການຊຸກຍູ້ການຮ່ວມມືສາກົນ ເພື່ອການພັດທະນາແບບຍືນຍຍົງ. ໃນສະພາບການນັ້ນ ຮຽກຮ້ອງ APEC ຕ້ອງຢັ້ງຢືນ ແລະ ເສີມຂະຫຍາຍບົດບາດນຳຫນ້າໃນການຊອກຫາບັນດາກຳລັງຫນູນໃຫມ່ໃຫ້ແກ່ການເຕີບໂຕດ້ານການຄ້າ, ການລົງທຶນ, ການເຊື່ອມຈອດ ກໍຄືສິ່ງທ້າທາຍເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງສະໝ່ຳສະເຫມີຈາກວິວັດການໂລກາພິວັດ ແລະ ການເຊື່ອມຕໍ່ເສດຖະກິດ.”

        ດ້ວຍຫົວຂໍ້ “ສ້າງກຳລັງຫນູນໃຫມ່ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ”, ກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25 ໄດ້ແລກປ່ຽນບັນດາບັນຫາທີ່ພວມວາງອອກສຳລັບ APEC ຢ່າງລະອຽດ, ແທດຈິງ ກໍຄືວິທີແກ້ໄຂບັນດາຄວາມຫຍຸ້ງຍາກມຸ່ງໄປເຖິງການສ້າງອະນາຄົດລວມອັນດີງາມກວ່າ.

ດ້ວຍບົດບາດເປັນປະເທດ APEC 2017, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເຊື້ອເຊີນທ່ານນາງ Christine Lagarde, ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ IMF ເຂົ້າຮ່ວມກອງປະຊຸມ ເພື່ອແບ່ງປັນບັນດາຂໍ້ສັງເກດ, ການຕີລາຄາກ່ຽວກັບເສດຖະກິດໂລກ ແລະ ພາກພື້ນ, ແງ່ຫວັງ ແລະ ສິ່ງທ້າທາຍທີ່ວາງອອກສຳລັບບັນດາສະມາຊິກ APEC ເພື່ອຊ່ວຍເສດຖະກິດພາກພື້ນຟື້ນຕົວຢ່າງເຂັ້ມແຂງກວ່າ ແລະກ້າວເຂົ້າສູ່ໄລຍະເຕີບໂຕໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ