ໄຂກອງປະຊຸມບັນດາຫົວໜ້າອົງການຄຸ້ມຄອງການເຂົ້າ - ອອກເມືອງ ແລະ ກົງສູນບັນດາປະເທດ ອາຊຽນ ຄັ້ງທີ 27

(VOVWORLD) - ກອງປະຊຸມ DGICM ແມ່ນເວທີປາໄສເພື່ອໃຫ້ບັນດາປະເທດ ອາຊຽນ ປຶກສາຫາລືກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ແບ່ງປັນບົດຮຽນໃນວຽກງານເຂົ້າ - ອອກເມືອງ ແລະ ກົງສູນ.
ໄຂກອງປະຊຸມບັນດາຫົວໜ້າອົງການຄຸ້ມຄອງການເຂົ້າ - ອອກເມືອງ ແລະ ກົງສູນບັນດາປະເທດ ອາຊຽນ ຄັ້ງທີ 27 - ảnh 1(ພາບປະກອບ: baotintuc.vn)

        ຕອນເຊົ້າວັນທີ 14 ສິງຫາ, ກອງປະຊຸມບັນດາຫົວໜ້າອົງການຄຸ້ມຄອງການເຂົ້າ - ອອກເມືອງ ແລະ ກົງສູນບັນດາປະເທດ ອາຊຽນ ຄັ້ງທີ 27 (DGICM 27) ໄດ້ໄຂຂຶ້ນຢູ່ ຍາຈາງ, ແຂວງ ແຄງຮ່ວາ.

        ກອງປະຊຸມ DGICM ແມ່ນເວທີປາໄສເພື່ອໃຫ້ບັນດາປະເທດ ອາຊຽນ ປຶກສາຫາລືກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ແບ່ງປັນບົດຮຽນໃນວຽກງານເຂົ້າ - ອອກເມືອງ ແລະ ກົງສູນ. ກອງປະຊຸມກໍ່ຍົກອອກບັນດາຂໍ້ລິເລີ່ມ, ມາດຕະການ ແລະ ກົນໄກ ເພື່ອເພີ່ມທະວີການຮ່ວມມືໃນວຽກງານເຂົ້າ - ອອກເມືອງ ແລະ ນອກກຸ່ມ, ເພື່ອແນໃສ່ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຂອງພົນລະເມືອງ ແລະ ການຕໍ່ສູ້, ປ້ອງກັນ, ຕ້ານການເຂົ້າເມືອງຢ່າງຜິດກົດໝາຍ. ກອງປະຊຸມປີນີ້ມີຫົວຂໍ້ວ່າ “ຄວາມໝັ້ນຄົງຮອບດ້ານ, ເພີ່ມທະວີການເຊື່ອມຕໍ່, ມຸ່ງໄປເຖິງອະນາຄົດ”.

        ໃນເວລາດຳເນີນກອງປະຊຸມເປັນ 3 ວັນ, ກອງປະຊຸມຈະດຳເນີນການປະຊຸມ, ເວທີປາໄສສຳຄັນ 6 ຄັ້ງ, ປຶກສາລືບັນດາບັນຫາ, ຄື: ຄຸ້ມຄອງບັນດາດ່ານຊາຍແດນໃຫຍ່ໃນ ອາຊຽນ; ກົນໄກ, ມາດຕະການແລກປ່ຽນຂໍ້ມູນຂ່າວສານເຂົ້າ - ອອກເມືອງໃນກຸ່ມ ອາຊຽນ; ທ່າອ່ຽງ ແລະ ສິ່ງທ້າທາຍຂອງອາດຊະຍາກຳ ສົ່ງຜູ້ຍົບພະຍົບຢ່າງຜິດກົດໝາຍໃນພາກພື້ນ…

ຕອບກັບ

ຂ່າວ/ບົດ​ອື່ນ