ໄຂກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC (CSOM)

(VOVWORLD) -  ກອງປະຊຸມ CSOM ຈັດຕັ້ງໃນວັນທີ 6 – 7 ພະຈິກ ດ້ວຍການເປັນປະທານຂອງທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ, ປະທານ SOM ຫວຽດນາມ.
ໄຂກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC (CSOM) - ảnh 1 ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ປະທານ SOM ຫວຽດນາມ ບຸ່ຍແທງເຊີນ (ເບື້ອງຊ້າຍ)

ວັນທີ 6 ພະຈິກ, ສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ເລີ່ມດຳເນີນຢູ່ນະຄອນ ດ່ານັ້ງ ດ້ວຍກອງປະຊຸມສະຫລຸບບັນດາເຈົ້າໜ້າທີ່ອາວຸໂສ APEC (CSOM). ກອງປະຊຸມ CSOM ຈັດຕັ້ງໃນວັນທີ 6 – 7 ພະຈິກ ດ້ວຍການເປັນປະທານຂອງທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ, ປະທານ SOM ຫວຽດນາມ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ, ປະທານ SOM ຫວຽດນາມ ໄດ້ຊົມເຊີຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຢູ່ນະຄອນທະເລທີ່ສວຍງາມຂອງ ຫວຽດນາມ, ເນັ້ນໜັກ ປີ APEC 2017 ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງເຊິ່ງໄດ້ດຳເນີນ ກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC (SOM) 3 ຄັ້ງ ຕາມລຳດັບຢູ່ ຍາຈາງ (ແຂວງ ແຄ໋ງຮ່ວາ), ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ.

        ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ເນັ້ນໜັກວ່າ:

        “ກອງປະຊຸມໄດ້ສຸມໃສ່ເຂົ້າ 2 ຈຸດໝາຍ. ທີໜຶ່ງແມ່ນຕີລາຄາໝາກຜົນແຫ່ງການຮ່ວມມືຂອງບັນດາພື້ນຖານເສດຖະກິດ ໃນປີນີ້ ແລະ ລາຍງານໝາກຜົນນັ້ນຕໍ່ກອງປະຊຸມລັດຖະມົນຕີ ແລະ ບັນດາການນຳພິຈາລະນາ. ທີສອງແມ່ນເພື່ອປະຕິບັດສຳເລັດ ຖະແຫຼງການ AMM (ຖະແຫຼງການກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດ APEC) ແລະ ຖະແຫຼງການຂອງກອງປະຊຸມບັນດາການນຳ APEC. ຂ້າພະເຈົ້າຫວັງວ່າ ບັນດາເຈົ້າໜ້າທີ່ APEC ຈະແລກປ່ຽນຄວາມເຫັນບົນຈິດໃຈສ້າງສັນ ເພື່ອແກ້ໄຂບັນດາບັນຫາຍັງຄົງຄ້າງ ແລະ ກະກຽມໃຫ້ກອງປະຊຸມຈະມາເຖິງຂອງບັນດາລັດຖະມົນຕີການຕ່າງປະເທດ APEC, ບັນດາການນຳ APEC ເປັນຢ່າງດີ.”

ໄຂກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC (CSOM) - ảnh 2 ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ

ກໍ່ໃນວັນທີ 6 ພະຈິກ, ໄດ້ໄຂເວທີປາໄສທັດສະນະກ່ຽວກັບອະນາຄົດ APEC, ເຊິ່ງເປັນການເຄື່ອນໄຫວໜຶ່ງໃນຂອບເຂດສັບປະດາຂັ້ນສູງ APEC. ຈຸດໝາຍຂອງເວທີປາໄສ ເພື່ອແນໃສ່ຊຸກຍູ້ການເຂົ້າຮ່ວມຂອງຊາວໜຸ່ມ ໃນບັນດາເນື້ອໃນຮ່ວມມື APEC, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງຊາວໜຸ່ມ, ນັກສຶກສາ ໃນພາກພື້ນ.

ບັນດາເນື້ອໃນຂອງເວທີປາໄສທັດສະນະກ່ຽວກັບອະນາຄົດ APEC 2017 ໄດ້ສຸມໃສ່ເຂົ້າ 2 ບຸລິມະສິດ: ຊຸກຍູ້ເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ; ຊາວໜຸ່ມປະກອບສ່ວນຕັ້ງໜ້າເຂົ້າໃນການສ້າງກຳລັງໜູນໃໝ່, ພ້ອມກັນສ້າງອະນາຄົດໃນພາກພື້ນ ອາຊີ - ປາຊີຟີກ. ຄາດວ່າ, ເວທີປາໄສຈະຮັບຮອງເອົາຖະແຫຼງການຊາວໜຸ່ມ APEC.

ຕອບກັບ

ຂ່າວ/ບົດ​ອື່ນ