ໄຂກອງປະຊຸມປະຈຳປີຄັ້ງທີ 43 ຂອງຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ

(VOVWORLD) - ກອງປະຊຸມນີ້ໄດ້ປະກອບຄຳເຫັນ ແລະ ຮັບຮອງເອົາບາງເນື້ອໃນຕົ້ນຕໍກ່ຽວກັບການຜັນຂະຫຍາຍຄຳຕັດສິນຂອງການນຳຂັ້ນສູງທີ່ກ່ຽວຂ້ອງ
ໄຂກອງປະຊຸມປະຈຳປີຄັ້ງທີ 43 ຂອງຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຕອນເຊົ້າວັນທີ 9 ຕຸລາ, ຢູ່ນະຄອນ ຮ້າລອງ, ແຂວງ ກວາງນິງ ໄດ້ໄຂກອງປະຊຸມປະຈຳປີຄັ້ງທີ 43 ຂອງຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ. ເຂົ້າຮ່ວມມີຜູ້ຕາງໜ້າບັນດາປະເທດສະມາຊິກ ອາຊຽນ ພ້ອມກັບບັນດາອົງການກ່ຽວຂ້ອງ.

        ກອງປະຊຸມນີ້ໄດ້ປະກອບຄຳເຫັນ ແລະ ຮັບຮອງເອົາບາງເນື້ອໃນຕົ້ນຕໍກ່ຽວກັບການຜັນຂະຫຍາຍຄຳຕັດສິນຂອງການນຳຂັ້ນສູງທີ່ກ່ຽວຂ້ອງ; ແລກປ່ຽນ ເພື່ອຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີຮັບຮອງເອົາຖະແຫຼງການ ຮ້າລອງ ກ່ຽວກັບການເພີ່ມທະວີການກະທຳໄວ ໃນການຄຸ້ມຄອງໄພພິບັດທຳມະຊາດພາກພື້ນ ອາຊຽນ ແລະ ປຶກສາຫາລືກ່ຽວກັບລະບຽບການການເງິນຂອງກອງທຶນຄຸ້ມຄອງໄພພິບັດທຳມະຊາດ ແລະ ຮັບມດ່ວນ ອາຊຽນ…

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຮ່ວາງຮຽບ, ເນັ້ນໜັກວ່າ:

        “ເມື່ອ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມ, ບັນດາປະເທດ ອາຊຽນ ແລະ Timor Leste ກໍມີຄວາມຄາດຫວັງມີຫຼາຍຂໍ້ລິເລີ່ມ ແລະ ການເຄື່ອນໄຫວແທດຈິງກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດຢູ່ ອາຊຽນ. ນອກຈາກຖະແຫຼງການ ຮ້າລອງ ແລ້ວ, ກອງປະຊຸມຍັງຈະມີບົດບັນທຶກຕີລາຄາກາງອາຍຸການ ສັນຍາຂອງບັນດາຝ່າຍທີ່ເຂົ້າຮ່ວມການຄຸ້ມຄອງໄພພິບັດທຳມະຊາດ ແລະ ຮັບມືກັບສະພາບການດ່ວນ ອາຊຽນ. ບັນດາປະເທດ ອາຊຽນ ກໍ່ຈະພິຈາລະນາແຕ່ນີ້ຮອດປີ 2025 ເພື່ອມີການກະທຳລະອຽດ ສົມທົບໃນການຫລຸດຜ່ອນຄວາມສ່ຽງ,ໄພພິບັດທຳມະຊາດ”

ຕອບກັບ

ຂ່າວ/ບົດ​ອື່ນ