ໄຂກອງປະຊຸມປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຢູ່ບັນດາແຂວງ, ນະຄອນປີ 2018

(VOVWORLD) -ຕອນເຊົ້າວັນທີ 4 ກໍລະກົດ, ຢູ່ແຂວງເຫງ້ອ່ານທາງພາກກາງຂອງຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມບັນດາແຂວງ, ນະຄອນ ປີ 2018

ໄຂກອງປະຊຸມປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຢູ່ບັນດາແຂວງ, ນະຄອນປີ 2018 - ảnh 1ທ່ານ ເຈິ່ນແທັງເໝິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: daidoanket.vn)

ຕອນເຊົ້າວັນທີ 4 ກໍລະກົດ, ຢູ່ແຂວງເຫງ້ອ່ານທາງພາກກາງຂອງຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມບັນດາແຂວງ, ນະຄອນ ປີ 2018, ເພື່ອແນໃສ່ຕີລາຄາ ວຽກງານແນວໂຮມໃນ 6 ເດືອນຕົ້ນປີ 2018, ຜັນຂະຫຍາຍໜ້າທີ່ຈຸດສຸມຂອງວຽກງານ 6 ເດືອນທ້າຍປີ ແລະ ສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ບັນດາເນື້ອໃນພື້ນຖານ ກະກຽມຈັດຕັ້ງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດຫວຽດນາມຄັ້ງທີ 9, ອາຍຸການ 2019 – 2024.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຄວນຕັ້ງໜ້າປຶກສາຫາລື, ຍົກອອກບັນດາສິ່ງຄ້າງຄາ, ຄວາມຫຍຸ້ງຍາກໃນໄລຍະຜັນຂະຫຍາຍວຽກງານແນວໂຮມຢູ່ຂັ້ນຮາກຖານ, ປະກອບຄຳເຫັນໃສ່ບັນດາເນື້ອໃນພື້ນຖານ ເພື່ອກະກຽມຈັດຕັ້ງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດຫວຽດນາມຄັ້ງທີ 9, ອາຍຸການ 2019 – 2024. ທ່ານ ເຈິ່ນແທັງເໝິນ ຖືວ່າ ນີ້ແມ່ນບັນດາເນື້ອໃນ, ຂັ້ນຕອນທີ່ສຳຄັນທີ່ສຸດ, ແມ່ນປະຖົມປັດໄຈໃນການຜັນຂະຫຍາຍບັນດາການເຄື່ອນໄຫວໃນຂັ້ນຕໍ່ໄປ, ຮັບປະກັນໃຫ້ຖືກຕາມຄວາມຄືບໜ້າ ແລະ ຄຸນນະພາບຂອງເອກະສານສະບັບຕ່າງໆ ທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຂັ້ນຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ