ໄຂກອງປະຊຸມຜູ້ອາວຸໂສ ອາຊຽນ

(VOVWORLD) -  ທີ່ກອງປະຊຸມຖືກໄຂຂຶ້ນໃນຕອນເຊົ້າວັນທີ່ 16 ມັງກອນ ຢູ່ນະຄອນ ຍາຈາງ, ແຂວງ ແຄ໊ງຮ່ວາ, ຫົວໜ້າ SOM ບັນດາປະເທດ ອາຊຽນ ໄດ້ປຶກສາຫາລືໂຄງການດຳເນີນງານ ແລະ ໂຄງການເຄື່ອນໄຫວຂອງກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ 2020 ຈະຖືກໄຂຂຶ້ນໃນວັນທີ 17 ມັງກອນ.
ໄຂກອງປະຊຸມຜູ້ອາວຸໂສ ອາຊຽນ - ảnh 1 ໄຂກອງປະຊຸມຜູ້ອາວຸໂສ ອາຊຽນ (ພາບ: baoquocte.vn)

        ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ 2020 ແມ່ນກອງປະຊຸມສຳຄັນ ສ້າງປະຖົມປັດໄຈເປັນເອກະພາບ ແລະ ຜັນຂະຫຍາຍບັນດາບຸລິມະສິດໃນປີເປັນປະທານ ອາຊຽນ ຂອງ ຫວຽດນາມ. ແມ່ນປະເທດປະທານ ອາຊຽນ 2020, ຫວຽດນາມ ຈະສະເໜີບັນດາແນວຄວາມຄິດ, ຂໍ້ລິເລີ່ມຂອງ ຫວຽດນາມ ໃນປີເປັນປະທານກໍ່ຄືບັນດາໝາກຜົນຄາດຄະເນຂອງ ອາຊຽນ 2020 ເພື່ອໃຫ້ບັນດາປະເທດປຶກສາຫາລື. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ຫວຽດນາມ ໃຫ້ຮູ້ວ່າ:

        “ປີນີ້ເປັນຂີດໝາຍ 25 ປີ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ. ພວກຂ້າພະເຈົ້າມີຄວາມເປັນກຽດຢ່າງຍິ່ງທີ່ໄດ້ສວມບົດບາດປະທານ ອາຊຽນ 2020. ນັບແຕ່ບັນດາພື້ນຖານຕົ້ນຕໍໂດຍ ໄທ ແລະ ບັນດາປະເທດຊຸດກ່ອນກໍ່ສ້າງ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ ອາຊຽນ ເພື່ອຊຸກຍູ້ບັນດາເປົ້າໝາຍລວມ ອີງໃສ່ຫຼັກການເຫັນດີເຫັນພ້ອມ ແລະ ບົດບາດໃຈກາງຂອງ ອາຊຽນ ເພື່ອຜົນປະໂຫຍດຂອງປະຊາຊົນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ