ໄຂກອງປະຊຸມລັດຖະມົນຕີ ວິທະຍາສາດເຕັກໂນໂລຊີ ອາຊຽນຄັ້ງທີ່ 14.

ໄຂກອງປະຊຸມລັດຖະມົນຕີ ວິທະຍາສາດເຕັກໂນໂລຊີ ອາຊຽນຄັ້ງທີ່ 14. - ảnh 1
(ພາບ : TTXVN)

ຕອນ​ເຊົ້າ​ວັນ​ທີ 26 ພະຈິກ, ກອງ​ປະຊຸມ​ລັດຖະມົນຕີ​ວິທະຍາ​ສາດ ​ແລະ ​​ເຕັກ​ໂນ​ໂລ​ຊີອາ​ຊຽນຄັ້ງ​ທີ່ 14 ​ໄດ້​​ຖືກໄຂ​ຂື້ນ​ຢູ່​ນະຄອນ ​ໂຮ​ຈິ​ມິ​ນ. ຢູ່​ທີ​ກ​ອງປະຊຸມ, ບັນດາ​ຜູ້​ແທນ​ສືບ​ຕໍ່​ປຶກສາ​ຫາລື​ບັນດາ​ບັນຫາ​ເພື່​ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​​ໂນ​ໂລ​ຊີ​ໃນ​ພາກ​ພື້ນ​ອາ​ຊຽນຍິ່ງກວ່າ​ອີກ, ຕີ​ລາຄາ​ໝາກຜົນ​ທີ່​ບັນລຸ​ໄດ້​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມມື ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຊີຂອງ​ອາ​ຊຽນ​ໃນ​ໄລຍະ​ທີ​່ຜ່ານ​ມາ. ກອງ​ປະຊຸມ​ກໍ່​ເປັນ​ອະ​ກະພາບ​ນຳ​ກັນ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີມ Krabi “ ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ຫົວຄິດ​ປະດິດ​ສ້າງ​ເພື່ອ​ອາ​ຊຽນ​ແກ່ງ​ແຍ່ງ, ໝັ້ນຄົງ ​ແລະ ​ເຊື່ອມ​ໂຍງ ”. ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອາຊຽນກໍ່​ຮັບຮອງ​ເອົາ​ແຜນການ​ດຳ​ເນີນ​ງານພັດທະນາ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີພາຍ​ໃນ​ພາກ​ພື້ນ​ໄລຍະ 2012 - 2017. ກ່າວ​ຄຳ​ເຫັນ​ຢູ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນທຽນ​ຍືນ ​ໄດ້​ເນັ້ນ​ໜັກ​ວ່າ: ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ແມ່ນ​ໜື່ງ​ໃນ​ບັນດາຂົງ​​ເຂດຮ່ວມ​ມືທີ​ສຳຄັນ. ກອງ​ປະຊຸມ​ລັດຖະມົນຕີ​ວິທະຍາສາດ ​ແລະ ​ເຕັກ​ໂ​ໂ​ຊີ​ອາ​ຊຽນ​ເປັນ​ໂອກາດ​ທີ່​ສຳຄັນ​ເພື່ອ​ບັນດາ​ລັດຖະມົນຕີ​​ແລກປ່ຽນ​ທັດສະນະ, ການ​ກຳນົດທິດ​ເພື່ອ​ຍົກ​ອອກ​​ບັນດາ​ແຜນການ, ​ໂຄງການ​ວິທະຍາສາດ​ເຕັກ​ໂ​ໂ​ຊີ​​​ໃຫ້​ມີ​ປະສິດທິ​ຜົນ​ໃຫ​້​ແກ່​ປະຊາ​ຄົມ​ອາ​ຊຽນ​ໃນ​ໄລຍະ 2012 - 2017. ​ເລື່ອງ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີມ Krabi ​ໃນ​ຂົງ​ເຂດວິທະຍາສາດ ​ແລະ ​​ ເຕັກ​ໂ​ໂ​ຊີ​ ຈະ​ຊຸກ​ຍູ້ປະ​ຊາ​ຄົມ​ອາ​ຊຽນມີ​ການ​ແກ່ງ​ແຍ້​ງ, ໝັ້ນຄົງ ​ແລະ ​ເຊື່ອມ​​ໂຍງ​ກວ່າ .

ຂ່າວ/ບົດ​ອື່ນ