ໄຂກອງປະຊຸມລັດຖະມົນຕີ ສາທາລະນະສຸກ ອາຊຽນ ຄັ້ງທີ 14 ຢູ່ ຊຽມຣຽບ ປະເທດ ກຳປູເຈຍ

(VOVWORLD) -ຕອນເຊົ້າວັນທີ 29 ສິງຫາ ຢູ່ ນະຄອນຊຽມຣຽບ ປະເທດ ກຳປູເຈຍ ໄດ້ໄຂກອງປະຊຸມລັດຖະມົນຕີ ສາທາລະນະສຸກ ອາຊຽນ ຄັ້ງທີ 14. 
ໄຂກອງປະຊຸມລັດຖະມົນຕີ ສາທາລະນະສຸກ ອາຊຽນ ຄັ້ງທີ 14 ຢູ່ ຊຽມຣຽບ ປະເທດ ກຳປູເຈຍ - ảnh 1ກອງປະຊຸມລັດຖະມົນຕີ ສາທາລະນະສຸກ ອາຊຽນ ຄັ້ງທີ 14 (ພາບ: nhandan.com.vn

ເຂົ້າຮ່ວມກອງປະຊຸມ ມີຜູ້ແທນເກືອບ 300 ຄົນ ຊື່ງແມ່ນລັດຖະມົນຕີກະຊວງສາທາລະນະສຸກ, ຫົວຫນ້າຄະນະພະນັກງານການແພດຈາກ 10 ປະເທດ ອາຊຽນ ແລະບັນດາປະເທດຄູ່ຮ່ວມມື ຄື: ຈີນ, ສເກົາຫລີ, ຍີ່ປຸ່ນ, ທ່ານເລຂາທິການໃຫຍ່ ອາຊຽນ, ຜູ້ຕາງຫນ້າບັນດາອົງການຈັດຕັ້ງສາກົນ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ Tea Banh ເນັ້ນຫນັກວ່າ:

“ບັນດາປະເທດ ອາຊຽນ ຕ້ອງເພີ່ມທະວີການກະທຳ ເພື່ອພື້ນຖານສາທາລະນະສຸກລວມ, ຫລຸດຜ່ອນຄວາມແຕກໂຕນດ້ານຄຸນນະພາບບໍລິການສາທາລະນະສຸກ. ພ້ອມແລ້ວທີ່ຈະຮັບມືກັບໄພພິບັດພະຍາດຕິດແປດ, ຮັດແຄບຊ່ອງຫວ່າງດ້ານເຕັກນິກ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ເຕັກໂນໂລຊີ ແລະ ເຕັກນິກ ເປັນປະຈຳ. ພ້ອມກັນຕໍ່ສູ້ຕ້ານຢາປອມ ແລະ ຢາບໍ່ມີຄຸນນະພາບ. ຮ່ວມມືກັບບັນດາຄູ່ຮ່ວມມືພັດທະນາ ແລະ WHO ເພື່ອຊຸກຍູ້ການປະຕິບັດບັນດາກົນໄກພາກພື້ນ ແລະ ທົ່ວໂລກ ທີ່ມີຢູ່ແລ້ວ ແລະ ພັດທະນາກົນໄກໃຫມ່.”

ວັນໂດ໋, ເຕີມຫຽວ ນັກຂ່າວ VOV ປະຈຳ ກຳປູເຈຍ

ຕອບກັບ

ຂ່າວ/ບົດ​ອື່ນ