ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽ​ນ 20 ກ່ຽວ​ກັບ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ

(VOVWORLD) - ກອງປະຊຸມທົບທວນຄືນໝາກຜົນການປະຕິບັດແຜນການກະທຳ ອາຊຽນ ກ່ຽວກັບວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ (APASTI) ໄລຍະ 2016-2025.
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽ​ນ 20 ກ່ຽວ​ກັບ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ - ảnh 1

ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet (ພາບ: VOV)

    ກອງປະຊຸມລັດຖະມົນຕີ ອາຊຽນ 20 ກ່ຽວກັບວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ ດ້ວຍຫົວຂໍ້ “ໝູນໃຊ້ປັນຍາປະດິດ: ການເດີນທາງມຸ້ງໄປສູ່ອະນາຄົດ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7 ມິຖຸນາຢູ່ ຊຽມຣຽບ ປະເທດ ກຳປູເຈຍ.

  ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ຕີລາຄາສູງເລື່ອງເລືອກເຟັ້ນຂົງເຂດປັນຍາປະດິດ (AI) ຄືເນື້ອໃນຈຸດສຸມ ໃນແຜນການຍຸດທະສາດຕໍ່ໄປ ໃຫ້ແກ່ການຮ່ວມມືດ້ານວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ທັງກຸ່ມ ອາຊຽນ ໄລຍະ 2026-2035. ທ່ານໄດ້ຍົກອອກຄວາມສຳຄັນຂອງການໝູນໃຊ້ປັນຍາປະດິດ ສຳລັບບັນດາຂົງເຂດເຕັກໂນໂລຊີອັນດັບໜຶ່ງໃນປະຈຸບັນຂອງມວນມະນຸດ. ຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ Hun Manet ກໍ່ໄດ້ຍົກອອກບັນດາສິ່ງທ້າທາຍໃນການກຳນົດທິດ, ຄຸ້ມຄອງ ເພື່ອແນໃສ່ຮັບປະກັນຈຸດປະສົງຂອງປັນຍາປະກິດ ແມ່ນຮັບໃຊ້ມະນຸດ, ບົນພື້ນຖານກົດໝາຍ, ຄຸນສົມບັດ ແລະ ບັນດາຄຸນຄ່າສັງຄົມທົ່ວໄປ.

   ກອງປະຊຸມທົບທວນຄືນໝາກຜົນການປະຕິບັດແຜນການກະທຳ ອາຊຽນ ກ່ຽວກັບວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ (APASTI) ໄລຍະ 2016-2025 ແລະຮັບຮອງເອົາແຜນການກະທຳ ອາຊຽນ ກ່ຽວກັບວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ ໄລຍະ 2026-2035.

         

ຕອບກັບ

ຂ່າວ/ບົດ​ອື່ນ