ໄຂກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ

(VOVWORLD) -ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງຕຳຫລວດ ລາວ ໃຫ້ຮູ້ວ່າ: ອາດຊະຍາກຳຂ້າມຊາດ ແມ່ນບັນຫາສັບສົນລວມຂອງປະຊາຄົມສາກົນ, ອາດເກີດຂຶ້ນຢູ່ທຸກເຂດ ແລະ ບໍ່ມີປະເທດໃດສາມາດແກ້ໄຂອາດຊະຍາກຳຂ້າມຊາດດ້ວຍຕົນເອງໄດ້.
ໄຂກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ - ảnh 1ທ່ານພົນເອກ ວິໄລ ຫລ້າຄຳຟອງ, ລັດຖະມົນຕີກະຊວງຕຳຫລວດ ລາວ. (ພາບ:VOV)

ຕອນເຊົ້າວັນທີ 28 ສິງຫາ, ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ຄັ້ງທີ 18 (AMMTC 18). ເຂົ້າຮ່ວມກອງປະຊຸມ ມີທ່ານເລຂາທິການໃຫຍ່ ອາຊຽນ, Kao Kim Hourn, ລັດຖະມົນຕີບັນດາປະເທດສະມາຊິກ ອາຊຽນ ພ້ອມກັບບັນດາປະເທດຄູ່ຮ່ວມມືກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງຕຳຫລວດ ລາວ ໃຫ້ຮູ້ວ່າ: ອາດຊະຍາກຳຂ້າມຊາດ ແມ່ນບັນຫາສັບສົນລວມຂອງປະຊາຄົມສາກົນ, ອາດເກີດຂຶ້ນຢູ່ທຸກເຂດ ແລະ ບໍ່ມີປະເທດໃດສາມາດແກ້ໄຂອາດຊະຍາກຳຂ້າມຊາດດ້ວຍຕົນເອງໄດ້. ສະນັ້ນ ລາວຍາມໃດກໍ່ມານະພະຍາຍາມຮ່ວມມືກັບບັນດາປະເທດໃນພາກພື້ນ ແລະໂລກ, ຖືນີ້ແມ່ນບັນຫາສຳຄັນໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.

ທ່ານລັດຖະມົນຕີ ກະຊວງຕຳຫລວດ ລາວ ເນັ້ນຫນັກວ່າ ປະຈຸບັນ ຢູ່ ພາກພື້ນ ຍັງຄົງພວມປະເຊີນຫນ້າກັບຫລາຍໄພນາບຂູ່ຈາກບັນດາປະເພດອາດຊະຍາກຳຂ້າມຊາດ ແລະ ໄພນາບຂູ່ນີ້ໄດ້ສົ່ງຜົນກະທົບເຖິງສະຖຽນລະພາບ, ສັນຕິພາບ, ຄວາມໝັ້ນຄົງ ໃນພາກພື້ນ, ການພັດທະນາເສດຖະກິດ - ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ສະນັ້ນ ກົນໄກກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ສືບຕໍ່ສວມບົດບາດໃຈກາງໃນເລື່ອງກຳນົດບັນດານະໂຍບາຍ ແລະ ມາດຕະການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດໃນພາກພື້ນ.

ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນ ຫວຽດນາມໄດ້ຍົກອອກຫລາຍຂໍ້ສະເຫນີ ຮ່ວມມື ຊື່ງໄດ້ຮັບການຕີລາຄາສູງ.  ລະອຽດຄື: ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ເລືອງຕາມກວາງ ສະເຫນີ: ທີຫນຶ່ງ - ເພີ່ມທະວີການແບ່ງປັນຂໍ້ມູນກ່ຽວກັບອາດຊະຍາກຳ, ຫນູນຊ່ວຍກັນເກັບກຳຂໍ້ມູນ, ກວດກາຢັ້ງຢືນ, ສືບສວນສອບສວນກ່ຽວກັບອາດຊະຍາກຳ; ຄົ້ນຄ້ວາຊຸກຍູ້ການສົມທົບສືບສວນສວບສວນຮ່ວມ, ຈັດຕັ້ງການລາດຕາເວັນຮ່ວມ, ສົມທົບກັນຜັນຂະຫຍາຍຈຸດສຸມລວມຂັ້ນ ອາຊຽນ ກ່ຽວກັບການບຸກໂຈມຕີ, ປາບປາມອາດຊະຍາກຳຂ້າມຊາດ,ເປັນຕົ້ນແມ່ນລະຫວ່າງບັນດາປະເທດມີຊາຍແດນຮ່ວມ. ທີສອງ - ເພີ່ມທະວີການສົມທົບກຳແຫນ້ນສະພາບການ, ຕໍ່ສູ້ກັບອາດຊະຍາກຳ ແມ່ນພົນລະເມືອງປະເທດນີ້ ມີການກະທຳຜິດຢູ່ປະເທດອື່ນ; ຊຸກຍູ້ ແລະຫັນບັນດາບັ້ນໂຄສະນາສື່ສານພາກພື້ນເປັນຫລາຍຮູບແບບ   ເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບໄພນາບຂູ່ຊ້ອນແຝງຈາກບັນດາປະເພດອາດຊະຍາກຳຂ້າມຊາດ. ທີສາມ - ຍົກສູງປະສິດທິຜົນການແກ້ໄຂບັນດາຄວາມຮຽກຮ້ອງຫນູນຊ່ວຍດ້ານກົດໝາຍກ່ຽວກັບທາງອາຍາ ແລະສົ່ງຜູ້ຮ້າຍ, ມອບສົ່ງ, ໄລ່ຈັບອາດຊະຍາກອນລະຫວ່າງບັນດາປະເທດອາຊຽນ. ທີສີ່- ຊຸກຍູ້ຄົ້ນຄ້ວາຮ່ວມມືໝູນໃຊ້ວິທະຍາສາດເຕັກໂນໂລຊີລະດັບສູງ, ຫນູນຊ່ວຍກັນໃນວຽກງານບຳລຸງສ້າງ, ຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານປະຕິບັດກົດໝາຍ.                                                                                                                                       

ຕອບກັບ

ຂ່າວ/ບົດ​ອື່ນ