ໄຂກອງປະຊຸມລັດຖະມົນຕີການ ຕ່າງປະເທດ ແລະ ລັດຖະມົນຕີປ້ອງກັນປະເທດ NATO

ໄຂກອງປະຊຸມລັດຖະມົນຕີການ   ຕ່າງປະເທດ ແລະ    ລັດຖະມົນຕີປ້ອງກັນປະເທດ NATO - ảnh 1
ກອງປະຊຸມ 28  ປະ​ເທດ​ສະມາ​ຊິກ​ຂອງ NATO
ພາບ:baotintuc.vn

 (vovworld) - ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ 28 ປະ​ເທດ​ສະມາ​ຊິກ​ຂອງ NATO ຖືກ​ໄຂ​ຂຶ້ນ​ຢູ່         ບຣຸກ​ແຊນ ປະ​ເທດ ​ແບນ​ຊິກ ​ໃນ​ວັນ​ທີ 18/4. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ NATO Anders Fogh Rasmussen ​ໄດ້​ຢືນຢັນ​ວ່າ: ກອງ​ປະຊຸມ​ດຳ​ເນີນ​ໄປໃນ​ເວລາ 2 ວັນ​​ນີ້​ມີ​ຄວາມ​ໝາຍສຳຄັນ ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ທາ​ບທາມຄຳ​ເຫັນ ​ແລະ ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ. ກອງ​ປະຊຸມ​ຄັ້ງ​ນີ້​ກໍ​ແມ່ນ​ບາດກ້າວ​ກະກຽມ​ສຸດ​ທ້າຍ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ NATO ຊຶ່ງ​ຈະ​ດຳ​ເນີນ​ໄປ​ຢູ່​ອາ​ເມ​ລິ​ກາ​ໃນ​ເດືອນ 5 ຈະ​ມາ​ເຖິງ.

        ທີ່​ກອງ​ປະຊຸມ, ​ເຈົ້າ​ຫນ້າ​ທີ່ບັນດາ​ປະ​ເທດ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນຫາ​ໃຫຍ່​ທີ່​ກ່ຽວຂ້ອງ​ເຖິງ​ພາລະ​ກຳ​ຂອງ​ກຳລັງ​ທະຫານ​ປະສົມ​ຢູ່ ອາບ​ກາ​ນິສະຖານ​, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວິທີ​ຖອນ​ທະຫານ ​ແລະ ມອບ​ໂອນ​ຄວາມ​ຮັບ​ຜິດ​ຊອບ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແກ່​ບັນດາ​ກຳລັງ​ຂອງ​ອາບ​ກາ​ນິສະຖານ ຮອດ​ປີ 2014. ກອງ​ປະຊຸມ​ໄດ້​ເຕື້ອງ​ເຖິງ​ວິທີ​ສຳ​ພັດ​ໃຫມ່ ​ເພື່ອ​ຮັກສາ ​ແລະ ພັດທະນາ​ຄວາມ​ສາມາດ​ດ້ານການ​ທະຫານ​ຂອງ NATO ​ໃນ​ສະພາບ​ການທີ່​ປະ​ເທດ​ສະມາຊິກ​​ເກືອບທັງ​ໝົດ​ລ້ວນ​ແຕ່​ຫລຸດຜ່ອນ​ງົບປະມານ​ການ​ປ້​ອງກັນຊາ​ດ. ບັນຫາ​ປະກອບສ່ວນ​ຂອງ​ບັນດາ​ປະ​ເທດ​ສຳລັບ​ລະບົບປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ NATO ກໍ​ໄດ້​ຮັບ​ການ​ເຕື້ອ​ງ​ເຖິງເຊັນດຽວກັນ.

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ