ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ຫ​ນ້າ​ໂລກ

(VOVWORLD) - ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າໂລກ (BRICS) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 10 ມິຖຸນາ ຢູ່ ນະຄອນ Nizhny Novgorod ຂອງລັດເຊຍ ຊື່ງແມ່ນປະເທດພວມດຳລົງບົດບາດເປັນປະທານ BRICS.
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ຫ​ນ້າ​ໂລກ - ảnh 1 ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າໂລກ  (ພາບ: dailynewsegypt.com) 

ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງລັດຖະມົນຕີບັນດາປະເທດ BRICS ນັບແຕ່ເມື່ອກຸ່ມເປີດກວ້າງ, ຮັບເອົາຕື່ມອີກ 6 ປະເທດເຂົ້າເປັນສະມາຊິກນັບແຕ່ວັນທີ 1 ມັງກອນປີນີ້. ທີ່ກອງປະຊຸມ, ບັນດາລັດຖະມົນຕີ ໄດ້ແລກປ່ຽນຄຳເຫັນເພື່ອແນໃສ່ເພີ່ມທະວີລັກສະນະຫລາຍຝ່າຍໃນການພົວພັນສາກົນ; ການຮ່ວມມືລະຫວ່າງບັນດາປະເທດ BRICS ໃນຂອບເຂດພັນທະມິດ ແລະ ຢູ່ບັນດາເວທີປາໄສອື່ນ; ພິຈາລະນາເລື່ອງເປີດກວ້າງສະມາຊິກ, ໃນນັ້ນ ມີການພິຈາລະນາຫນັງສືຂໍເຂົ້າເປັນສະມາຊິກຂອງ ຕວກກີ. ໃນຂອບເຂດກອງປະຊຸມຂອງ ວັນທີ 11 ມິຖຸນາ, ແມ່ນດຳເນີນວາລະປະຊຸມເປີດກ້ວາງ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ບັນດາປະເທດ BRICS ແລະ 15 ປະເທດທີ່ໄດ້ຮັບການເຊື້ອເຊີນ, ຜູ້ຕາງຫນ້າງອົງການຮ່ວມມືພາກພື້ນຄື: ອົງການຮ່ວມມື ຊຽງໄຮ້ (SCO), ອາຊຽນ, ສະຫະພັນຮ່ວມມື ພາກພື້ນ ບັນດາປະເທດແຄມທະເລ ມະຫາສະມຸດອິນເດຍ, ສະຫະພາບ ອາຟຼິກາ, ສະຫະພັນ ບັນດາປະເທດ ອາຣັບ.

ຕອບກັບ

ຂ່າວ/ບົດ​ອື່ນ