ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - AMM 46

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - AMM 46 - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(vovworld) - ຕອນ​ເຊົ້າ​ວັນ​ທີ 30/6, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ປະຈຳ​ປີ ອາ​ຊຽນ ຄັ້ງທີ 46 (AMM 46) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ສູນ​ກອງ​ປະຊຸມ​ສາກົນ Begaoan, ປະ​ເທດ ບຣູ​ໄນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ ສະ​ເດັດ​ເຈົ້າ Mahamed Bolkia, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ບຣູ​ໄນ, ປະທານຂອງ AMM 46, ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ວິວັດ​ການ​ສ້າງ​ບັນດາ​ໂຄງການ​ດຳ​ເນີນ​ງານ​ໃຫ້​ແກ່​ກອງ​ປະຊຸມ, ພ້ອມ​ທັງ​ສະ​ແດງ​ຄວາມຕັດສິນ​ໃຈ​ຂອງ ອາ​ຊຽນ ​ໃນ​ການ​ປະຕິບັດ​ບັນດາຈຸດໝາຍ​ເຊິ່ງພາກ​ພື້ນ​ໄດ້​ວາງ​ອອກ. ທ່ານ​ລັດຖະມົ​ນຕີ Bolkia ກໍ່​ເນັ້ນ​ໜັກ​ວ່າ:

“​ໃນ​ໄລ​ຍະ​ເປັນ​ປະທານ ອາ​ຊຽນ, ພວກ​ຂ້າພະ​ເຈົ້າ​ມີ​ໂອກາດ​ພົບ​ປະ 2 ຝ່າຍ​ກັບ​ບັນດາ​ສະມາຊິກ​ຂອງ​ພາກ​ພື້ນ ​ແລະ ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ສົ່ງ​ເສີມ​ຫຼາຍ​ຢ່າງ. ມີສິ່ງ​ໜຶ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ເຫັນ​ໄດ້​ຊັດ​ນັ້ນ​ແມ່ນ ພວກ​ເຮົາ​ພວມ​ເປັນ​ເອກະ​ພາບ​ກັນ​ສ້າງ​ພາກ​ພື້ນ​ລວມ ສັນຕິພາບ ​ແລະ ສະຖຽນ​ລະ​ພາບ”

ພາຍຫຼັງ​ພິທີ​ໄຂ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໄດ້​ດຳ​ເນີນ​ວາລະ​ປະຊຸມລັບເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ ​ແລະ ​ໂລກ, ​ໃນ​ນັ້ນ​ມີ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ນັບ​ແຕ່​ນີ້​ເຖິງ​ທ້າຍ​ປີ 2015 ​ເພື່ອ​ປະຊາ​ຄົມ ອາ​ຊຽນ “​ຮ່ວມ​ສຳພັນ​ກ່ຽວ​ກັບ​ທາງດ້ານ​ເສດຖະກິດ, ຜຸ​ກ​ພັນທາງ​ດ້ານ​ການ​ເມືອງ, ​ແລະ ພ້ອມ​ກັນ​ແບ່ງປັນ​ບັນດາ​ຄວາມ​ຮັບ​ພິດ​ຊອບ​ກ່ຽວ​ກັບ​ສັງຄົມ”, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຕ່າງປະ​ເທດ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ​ໃນ​ໂຄງ​ປະກອບ​ພາກ​ພື້ນທີ່​ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ກໍ່​ຄື​ບົດບາດ​ຫຼັກ​ແຫຼ່ງຂອງ​ສະຫະ​ສະມາຄົມ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສຳຄັນ​ຢູ່​ພາກ​ພື້ນ, ຊຸກຍູ້​ການ​ຮ່ວມ​ສຳພັນ ​ແລະ ​ເຊື່ອມ​ຕໍ່ ອາ​ຊຽນ ​ເປັນ​ກຳລັງ​ໜູນ ຈາກ​ນັ້ນ​ເປີດ​ກ້ວາງ​ການ​ເຊື່ອມ​ຕໍ່​ອອກ​ສູ່​ພາກ​ພື້ນ ອາຊີ ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ