ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ຄັ້ງ​ທີ 55

(VOVWORLD) - ວັນທີ 1 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ (SOM) ຂອງ ອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມ AMM – 55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ຄັ້ງ​ທີ 55 - ảnh 1ບັນດາເຈົ້າໜ້າທີ່ເຂັ້ນສູງ ອາຊຽນ ກະກຽມໃຫ້ແກ່ກອງປະຊຸມ 

ຕອນເຊົ້າວັນທີ 2 ສິງຫາ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເລີ່ມບັນດາການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 55 (AMM - 55) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ລວມມີກອງປະຊຸມຄະນະກຳມະການສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ ແລະ ການໂອ້ລົມສົນທະນາ ລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກັບບັນດາຜູ້ຕາງໜ້າຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR).

ໃນ 4 ວັນດຳເນີນ AMM – 55, ບັນດາລັດຖະມົນຕີ ການຕ່າງປະເທດ ອາຊຽນ ແລະຄູ່ຮ່ວມມືໄດ້ເຂົ້າຮ່ວມກ່ວາ 20 ການເຄື່ອນໄຫວ ໃນຂອບເຂດ ASEAN, ASEAN+1, ASEAN+3  (ລວມມີ ຍີ່ປຸ່ນ, ຈີນ, ສ.ເກົາຫຼີ), ອາຊີຕາເວັນອອກຂັ້ນສູງ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF), ປຶກສາຫາລືກ່ຽວກັບວິວັດການສ້າງປະຊາຄົມອາຊຽນ, ສ້າງການກຳນົດທິດພັດທະນາປະຊາຄົມອາຊຽນ ພາຍຫລັງ 2025, ກວດກາຄືນ ແລະ ກຳນົດທິດການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ແລະ ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ.

ກ່ອນໜ້ານັ້ນ, ວັນທີ 1 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ຂອງ ອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມ AMM – 55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ