ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອີຢູຄັ້ງທີ21

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອີຢູຄັ້ງທີ21 - ảnh 1
ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອີຢູຄັ້ງທີ21
(ພາບ: VTV1)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/10 ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ອີ​ຢູ (AEMM) ຄັ້ງ​ທີ 21 ດ້ວຍ​ຫົວ​ຂໍ້​ວ່າ “ມຸ່ງ​ໄປ​ເຖິງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” ຖືກ​ໄຂ​ຂຶ້ນ​ຢ່າງ​​ເປັນ​ທາງ​ການ ຢູ່​ນະຄອນຫລວງ ບາງ​ກ​ອ​ກ ຂອງ ​ໄທ. ກ່ອນ​ໜ້າ​ນັ້ນ, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ - ອີ​ຢູ (SOM) ​ໄດ້​ປະຊຸມ​ໃນ​ວັນທີ 12/10 ຢູ່​ ບາງກອກ ​ເພື່ອກະກຽ​ມ​ໃຫ້ AEMM. ​ທ່ານ ດອນ ປະນັດ​ວິ​ໄນ ລັດຖະມົນຕີ​ການ​ຕ່າງປະ​ເທດ ​​ໄທ ​ແລະ ທ່ານ​ນາງ Federica Mogherini ຂ້າ​ຫລວງ​ໃຫຍ່​ຮັບຜິດຊອບ​ບັນດາ​ບັນ​ຫາພົວພັນ​ຕ່າງປະ​ເທດ ​ແລະ ນະ​ໂຍບາຍປ້ອງ​ກັນຄວາມ​ສະຫງົບ​, ທັງ​ເປັນ​ຮອງ​ປະທານ ອີ​ຢູ ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ສຳຄັນ​ນີ້. ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ 40 ຄະນະ​ຜູ້​ແທນ​ ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ອີ​ຢູ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດ​ຍທ່ານ ຫງວຽນ​ກວກ​ຢຸງ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ດ້ວຍ​ຈຸດໝາຍ​ປັບປຸງ​ການ​ພົວພັນ​ຮ່ວມ​ມື ອາ​ຊຽນ - ອີ​ຢູ ​ໃນ​ທຸກດ້ານ, AEMM 21 ​ເປີດ​ຊ່ອງ​ທາງຍົກ​ການ​ພົວພັນ 2 ຝ່າຍ​ຂຶ້ນສູ່​ລະດັບ​ຍຸ​ດທະ​ສາດ ​ແລະ ວາງ​​ອອກທິດ​ທາງພັດທະນາ​ໃນ​ອະນາຄົດ. ບັນດາ​ຜູ້​ແທນ​ຈະ​ພ້ອມ​ກັນ​ປຶກສາ​ຫາລື​ບັນດາ​ບັນຫາ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ສາກົນ ​ແລະ ຊອກ​ຫາ​ວິທີ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ອາ​ຊຽນ - ອີ​ຢູ ​ໃຫ້ກາຍ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ກະກຽມ​​ໃຫ້​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ລະຫວ່າງ 2 ຝ່າຍ​ໃນ​ປີ 2017.

 

ຂ່າວ/ບົດ​ອື່ນ