ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ດ​ີ​ຈີ​ຕອນ ອາ​ຊຽນ ຄັ້ງ​ທີ 1

(VOVWORLD) - ວັນທີ 21 ມັງກອນ, ກອງປະຊຸມທາງອອນລາຍ ລັດຖະມົນຕີ ດີຈີຕອນອາຊຽນຄັ້ງທີ 1 ໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ Saifuddin Abdullah ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ມັນຕີມີເດຍ ມາເລເຊຍ.
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ດ​ີ​ຈີ​ຕອນ ອາ​ຊຽນ ຄັ້ງ​ທີ 1 - ảnh 1ທ່ານ Saifuddin Abdullah ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ມັນຕີມີເດຍ ມາເລເຊຍ
(ພາບ: TTXVN)

ໃນບົດກ່າວໄຂກອງປະຊຸມ, ທ່ານ Saifuddin ຢັ້ງຢືນວ່າ ອາຊຽນຍັງມີຫຼາຍວຽກຕ້ອງເຮັດໃນວິວັດການກາຍເປັນກຸ່ມເສດຖະກິດດີຈີຕອນ ແກ້ງແຍ້ງ ແລະ ເຊື່ອມໂຍງ, ພິເສດແມ່ນໃນສະພາບການໂລກລະບາດໂຄວິດ - 19 ແຜ່ລະບາດຄືໃນປັດຈຸບັນ. ທ່ານກໍ່ຊີ້ແຈ້ງວ່າ

ມາເລເຊຍຢັ້ງຢືນຄຳໝັ້ນສັນຍາໃນການປະຕິບັດຂໍ້ລິເລີ່ມໃນຂອບເຂດຄຸ້ມຄອງຖານຂໍ້ມູນດີຈີຕອນຂອງອາຊຽນ; ໃຫ້ຄຳໝັ້ນສັນຍາຊຸກຍູ້ລາຍການອອກໃບຢັ້ງຢືນຄວາມໝັ້ນຄົງທາງອິນເຕີແນັດ ໃຫ້ບັນດາປະເທດສະມາຊິກອາຊຽນ ເພື່ອແນໃສ່ສ້າງແຫຼ່ງຊັບພະຍາກອນມະນຸດຕໍ່ກັບຄວາມໝັ້ນຄົງທາງອິນເຕີແນັດໃຫ້ແກ່ໂລກ.

        ດ້ວຍຫົວຂໍ້ “ອາຊຽນ: ປະຊາຄົມເຊື່ອມຕໍ່ດີຈີຕອນ”, ເປົ້າໝາຍຂອງກອງປະຊຸມແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດອາຊຽນ ມຸ່ງໄປເຖິງລະບົບຊີວະພາບດີຈີຕອນ ຄືແມ່ນເສົາຄ້ຳໃນແຜນການພັດທະນາເສດຖະກິດພາຍຫຼັງ ໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ