ໄຂກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ10

ໄຂກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ10 - ảnh 1
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ10

(vovworld) –​​ ດ້ວຍ​ຫົວ​ຂໍ້ “​ສົ່ງເສີມການພົວພັນຮ່ວມມືວຽກງານປ້ອງກັນຊາດ ເພື່ອຄວາມເຂັ້ມແຂງຂອງປະຊາຄົມ ອາຊຽນ”, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 10 (ADMM - 10) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/05 ຢູ່​ຫໍ​ປະຊຸມ​ ​ແຫ​່ງຊາດ ນະຄອນຫລວງ ວຽງ​ຈັນ, ລາວ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ພົນ​ເອກ ​ໂງ​ຊວນ​ລິກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທ​ດນຳ​ໜ້າ​ໄດ​​້​ເຂົ້າ​ຮ່ວມ​ກອງ​ປະຊຸມ

        ກ່າວ​ຄຳ​​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ພົນ​ໂທ ຈັນ​ສະໝອນ ຈັນ​ຍາລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ສປປ ລາວ, ປະທານ ADMM – 10 ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ ໄດ້ດຳ​ເນີນ ພາຍຫລັງ​ທີ່​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ ກົວ​ລາ​ລຳ​ເປີ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ແລະ ຖະ​ແຫຼ​ງການ​ກົວ​ລາ​ລຳ​​ເປີ - ອາ​ຊຽນ ປີ 2025: ພ້ອມ​ກັນ​ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ. ທ່ານ​ພົນ​ໂທ ຈັນ​ສະໝອນ ຈັນ​ຍາລາດ ຊີ້​​ແຈ້ງວ່າ ປີ​ນີ້​ແມ່ນ​ປີ​ທີ 10 ທີ່ ADMM ​ໄດ້ຮັບ​ການຈັດ​ຕັ້ງ. ​ໃນຕະຫລອດ 10 ປີຜ່ານ​ມາ ADMM ປະກອບສ່ວນ​ຮັກສາ​ສັນຕິພາບ ຄວາມ​ໝັ້ນຄົງ ​ແລະ ພັດທະນາ​ພາກ​ພື້ນ, ​ແລະ ກາຍ​ເປັນ​ພາກສ່ວນ​ໜຶ່ງ ທີ່​ ຂາດ​ບໍ່ໄດ້​ໃນ​ປະຊາ​ຄົມ​ຄວາມ​ໝັ້ນຄົງ - ການ​ເມືອງ ອາ​ຊຽນ. ADMM ກໍ່​ໄດ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ໃນ​ພາກ​ພື້ນ ພິ​ເສດ​ແມ່ນ​ຊຸກຍູ້​ສັນຕິພາບ ​ແລະ ສະຖຽນ​ລະ​ພາບຢູ່​ພາກ​ພື້ນ. ຜ່ານ​ການ​ເຈ​ລະ​ຈາ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ການ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົບ, ອາ​ຊຽນ ​ໄດ້​ເພີ່ມ​ທະວີ​ຄວາມ​ເຂ​ົ້າອົກ​ເຂົ້າ​ໃຈ ​ແລະ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ທ່ານ​ພົນ​ໂທ ຈັນ​ສະໝອນ ຈັນ​ຍາລາດ ​ເນັ້ນ​ໜັກ​ວ່າ​: ​ໃນ​ສະພາບ​ການ​ຢູ່​ພາກ​ພື້ນ ​ແລ​ະ ​ໂລກ​ມີ​ການ​ຜັນ​ແປທີ່​ສັບສົນ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ADMM ຄວນ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ, ຄວາມ​ສາມັກຄີ​ກັນ ​ແລະ ​ເປັນ​ເອກະ​ພາບ, ພ້ອມ​ກັນ​ນັ້ນ ກໍ່​ຄວນ​ຍົກ​ສູງ​ບົດບາດ​ຂອງ ADMM ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ ຕໍ່ຄວາມ​ໝັ້ນຄົງ​ ດ້ວຍ​ວິທີ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ທັນ​ການ.

ຂ່າວ/ບົດ​ອື່ນ