ໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 45

ໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 45 - ảnh 1


(vovworld)- ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 45 (AEM 45) ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 19/8 ຢູ່ ບຣູ​ໄນ ​​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ວິວັດທະນາ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015. ກອງ​ປະຊຸມ AEM 45 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ ລວມມີ: ກອງ​ປະຊຸມ​ສະພາ​ເຂດ​ການ​ຄ້າ​ເສລີ ອາ​ຊຽນ ຄັ້ງທີ 27, ກອງ​ປະຊຸມ​ສະພາ​ເຂດ​ລົງທຶນ ອາ​ຊຽນ ຄັ້ງທີ 16, ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນຄັ້ງທີ 10 ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ ຊື່​ງຈະ​ແກ່ຍາວ​ຮອດ​ວັນ​ທີ 21/8. ທີ່​ບັນດາ​ກອງ​ປະຊຸມ​ດັ່ງກ່າວ, ບັນດາ​ລັດຖະມົນຕີ ​ໄດ້​ແລກປ່ຽນ​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ວິທີ​ການ​ບັນດາ​ປະ​ເທດ ອາ​ຊຽນ ສາມາດ​​ເຮັດ​ໃຫ້​ເພີ່ມ​ຄວາມ​ສາມາດ​ແກ້ງ​ແຍ້​ງ​ໃນ​ພາກ​ພື້ນ ​ໃນ​ຂະນະ​ທີ່​ສືບ​ຕໍ່​ເພີ່ມ​ທະວີ​ທີ່​ຕັ້ງ​ບົດບາດ​ສຳຄັນ​ຂອງ​ກຸ່ມ​ໃນ​ລະບົບ​ສະຫນອງ​ສາກົນ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ AEM 45, ​​ໄດ້​ດຳ​ເນີນ​ບັນດາ​ເຫດການ​ອື່ນ​ຄື: ​ເວທີ​ປາ​ໄສ​ລົງທຶນ ອາ​ຊຽນ ຄັ້ງ​ທີ 3, ກອງ​ປະຊຸມ​ສຸດ​ຍອດ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ ອາ​ຊຽນ ​ແລະ ​ເວທີ​ປາ​ໄສ​ຊາວ​ຫນຸ່ມ ອາ​ຊຽນ- ຈີນ.

ຂ່າວ/ບົດ​ອື່ນ